ກອງປະຊຸມເຈົ້າໜ້າທີ່ຂັ້ນສູງອາຊຽນ -ອີຢູ (SOM ASEAN – EU)

ກອງປະຊຸມເຈົ້າໜ້າທີ່ຂັ້ນສູງອາຊຽນ -ອີຢູ (SOM ASEAN – EU) - ảnh 1
(ພາບປະກອບ)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 14-15/5, ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ຊຽນ - ອີ​ຢູ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ຟ້າ​ມກວາງ​ວິ​ງ ​ແລະ ທ່ານ Viorel Budura, ຜູ້ອຳນວຍການ​ຮັບຜິດຊອບ​ອາຊີ - ປາຊີ​ຝິກ, ອົງການ​ພົວພັນ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ (EU) ​ເປັນ​ປະທານ​ຮ່ວມ. ນີ້​ແມ່ນ​ກອງ​ປະຊຸມ​ທາ​ບທາມ​ນະ​ໂຍບາຍ​​ເປັນປະຈຳ​ໃນ​ຂອບ​ເຂດ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ອີ​ຢູ ​ເພື່ອ​ສຳ​ຫຼາດ​ກວດຄືນ ​ແລະ ປຶກສາ​ຫາລື​ບັນດາ​ມາດ​ຕະການ ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ ​ແລະ ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ ກໍ່​ຄືກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ລັດຖະມົນ​ຕີ ອາ​ຊຽນ - ອີ​ຢູ ​ໃນ​ຕົ້ນ​ເດືອນ 7/2013 ຢູ່ ບຮູ​ໃນ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມກວາງ​ວິ​ງ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ຄູ່​​ເຈລະຈາ ​ແລະ ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ - ອີ​ຢູ, ຊົມ​ເຊີຍ​ອີ​ຢູ​​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ອາ​ຊຽນ ​ແລະ ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ, ໜູນ​ຊ່ວຍ​ອາ​ຊຽນ ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015, ຊຸກຍູ້​ການ​ເຊື່ອມ​ໂຍງ ​ແລະ ​ເຊື່​ມຈອດ​ພາກ​ພື້ນ ຜ່ານ​ບັນດາ​ລາຍການ​ຮ່ວມ​ມື​ພັດທະນາ​ທີ່​ສະຫງວນ​ໃຫ້​ແກ່​ອາ​ຊຽນ, ພ້ອມ​ທັງ​​ເນັ້ນ​ໜັກ​ວ່າ ອາ​ຊຽນ ​ແລະ ອີ​ຢູ ຄວນ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຄູ່​ເຈລະຈາ ​ແລະ ຮ່ວມ​ມື​ພັດທະນາ​ຢ່າງ​ແທດ​ຈິ່ງ ​ແລະ ມີ​ປະສິດທິ​ຜົນ, ພ້ອມ​ກັນ​ຮັບ​ມື​ກັບ​ການ​ທ້າ​ທາ​ຍລວມ.

ບັນດາ​ປະ​ເທ​ອາ​ຊຽນ ​ແລະ ອີ​ຢູ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ ​ແລະ ການ​ປະກອບສ່ວນ​ຂອງ​ຫວຽດນາມ​ໃນ​ບົດ​ບາດ​ປະສານ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ອີ​ຢູ, ກໍ່​ຄື​ໝາກຜົນ​ອັນ​ດີງາມ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ