ກອງປະຊຸມໃຫຍ່ຄັ້ງທີ7ສະຫະສະມາຄົມວິທະຍາສາດແລະເຕັກນິກຫວຽດນາມ
ການປະຊຸມຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 7
ສະຫະສະມາຄົມວິທະຍາສາດແລະເຕັກນິກຫວຽດນາມ
(ພາບ: trithucvaphattrien.vn)
(vovworld) - ກອງປະຊຸມໃຫຍ່ຄັ້ງທີ 7 ສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ຈະຖືກຈັດຂຶ້ນຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 02 – 03/06 ດ້ວຍການເຂົ້າຮ່ວມຂອງຜູ້ແທນທາງການກວ່າ 600 ຄົນ ແລະ ແຂກຖືກເຊີນ 160 ຄົນ. ກອງປະຊຸມໃຫຍ່ຄັ້ງນີ້ດ້ວຍຫົວຂໍ້ວ່າ “ສາມັກຄີ - ພູມປັນຍາ - ປ່ຽນໃໝ່ - ພັດທະນາ”. ໃນຊຸມປີຜ່ານມາ, ສະຫະສະມາຄົນໄດ້ພັດທະນາ ແລະ ເຕີບໂຕຢ່າງບໍ່ຢຸດຢັ້ງ. ໄລ່ມາຮອດປະຈຸບັນ, ຈຳນວນຫົວໜ່ວຍສະມາຊິກໄດ້ເພີ່ມຂຶ້ນຫຼາຍພໍສົມຄວນເມື່ອທຽບໃສ່ກອງປະຊຸມໃຫຍ່ຄັ້ງທີ 6. ສະນັ້ນ, ກອງປະຊຸມໃຫຍ່ຄັ້ງທີ 7 ນີ້ ມີຂອບເຂດໃຫຍ່ກວ່າ ແລະ ແມ່ນເຫດການສຳຄັນຂອງວົງການປັນຍາຊົນ ແລະ ນັກວິທະຍາສາດຫວຽດນາມ. ໃນໄລຍະ 5 ປີຜ່ານມາ, ສະຫະຫະມາຄົມແມ່ນອົງການເຕົ້າໂຮມປັນຍາຊົນເປັນຈຳນວນຫຼວງຫຼາຍ ແລະໄດ້ທາບທາມຄວາມເຫັນໃຫ້ພັກ, ລັດ ຫຼາຍບັນຫາກ່ຽວກັບແຜນນະໂຍບາຍ, ແນວທາງນະໂຍບາຍ, ເປັນເຈົ້າການໃນການເຄື່ອນໄຫວໄຈ້ແຍກຕີລາຄາ.