ກອງປະຊຸມໃຫ່ຍຜູ້ແທນ ທົ່ວປະເທດສະມຄົມ ມິດຕະພາບຫວຽດນາມ -ລາວ
Ánh Huyền -  
(ພາບປະກອບ)
(vovworld)- ວັນທີ 10/10, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ-ລາວ ໄດ້ຈັດກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 4 ອາຍຸການ 2014-2019. ກອງປະຊຸມໃຫ່ຍໄດ້ເລືອກຕັ້ງຄະນະບໍລິຫານງານໃໝ່ດ້ວຍສະມາຊິກ 68 ທ່ານ. ທ່ານຫວູ້ຈ້ອງກີມ ກຳມະການສູນກາງພັກ, ຮອງປະທານທັງເປັນເລຂາທິການຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ປະທານສະມາຄົມມິດຕະພາບຫວຽດນາມ-ລາວ ອາຍຸການທີ 3 ໄດ້ຮັບການເລືອກຕັ້ງເປັນປະທານ ສະມາຄົມມິດຕະພາບຫວຽດນາມ-ລາວອາຍຸການທີ 4.
ກ່າວຄຳເຫັນນະທີ່ນີ້, ທ່ານຕ້າມິງເຈົາ, ຮອງປະທານສະມາຄົມມິດຕະພາບຫວຽດນາມ-ລາວ ຖືວ່າ:
“ໃນຊຸມປີຈະມາເຖິງ, ສະພາບການໂລກ, ພາກພື້ນຈະມີບັນດາການຜັນແປໃໝ່, ຫວຽດນາມ ແລະ ລາວ ລ້ວນແຕ່ຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍທີ່ແຕກຕ່າງກັນດ້ານສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງດ້ານເສດຖະກິດ. ຕໍ່ໜ້າສະພາບຕົວຈິງດັ່ງກ່າວ, ສອງພັກ, ສອງລັດສືບຕໍ່ຢັ້ງຢືນຄວາມສຳຄັນ ແລະ ຄວາມໝາຍຍຸດທະສາດຂອງການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ ໃນສະພາບການໃໝ່, ປ່ຽນໃໝ່ຈິນຕະນາການ, ເນື້ອໃນ ແລະ ຮູບການຮ່ວມມື, ແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງຜົນປະໂຫຍດ, ຄວາມສະຫງົບປອດໄພ ແລະ ການພັດທະນາຂອງແຕ່ລະປະເທດຢ່າງທັນການ“./.
Ánh Huyền