ກອງປະຊຸມໃຫ່ຍແຂ່ງ ຂັນສົ່ງເສີມການ ຮໍ່າຮຽນທົ່ວປະເທດ
Thu Hằng -  
(ພາບ:vov.vn)
(vovworld)- ມີຜູ້ແທນຂອງຄອບຄົວ, ວົງຕະກຸນມັກຮຽນດີເດັ່ນທົ່ວປະເທດເກືອບ 400 ຄົນໄດ້ເຂົ້າຮ່ວມກອງປະຊຸມໃຫ່ຍແຂ່ງຂັນສົ່ງເສີມການຮໍ່າຮຽນ ແລະ ຍ້ອງຍໍສັນລະເສີນຂະບວນການມັກຮຽນທົ່ວປະເທດ ຈັດຂຶ້ນເມື່ອວັນທີ 9/10 ຢູ່ຮ່າໂນ້ຍ. ກອງປະຊຸມໄດ້ສະຫລຸບ 15 ປີແຫ່ງວັນຂົນຂວາຍ ແລະ ຫວນຄືນ 17 ປີແຫ່ງການສ້າງ ແລະ ພັດທະນາສະມາຄົມສົ່ງເສີມການຮ່ຳຮຽນຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານຫງວຽນແມັງເກີມ, ປະທານສະມາຄົມສົ່ງເສີມການຮ່ຳຮຽນຫວຽດນາມ ເນັ້ນໜັກວ່າ:
“ຮູບແບບຄອບຄົວມັກຮຽນ, ວົງຕະກຸນມັກຮຽນ, ປະຊາຄົມມັກຮຽນແມ່ນຮູບແບບພິເສດສະເພາະ ທັງເຂັ້ມຂົ້ນໄປດ້ວຍມູນເຊື້ອຫວຽດນາມ ທັງສະແດງໃຫ້ເຫັນທ່າອ່ຽງຂອງຍຸກສະໄໝ. ໃນປະຫວັດສາດຂອງຊາດຫວຽດນາມ, ຜູ້ທີຮຽນເກັ່ງ, ເສັງໄດ້ຮັບລາງວັນສູງໄດ້ເຮັດໃຫ້ຄອບຄົວ, ວົງຕະກຸນມີຄວາມເປັນກຽດ ແລະ ເອກອ້າງທະນົງໃຈ. ປະຊາຄົມສົ່ງເສີມການຮຽນໄດ້ພິສູດໃຫ້ເຫັນທ່າອຽງຂອງຍຸກສະໄໝ ຂະນະທີ່ການສຶກສາມີການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງ, ໝູ່ມະຫາຊົນ, ບັນດາຂະແໜງການ, ຄະນະ ແລະ ກຳລັງສັງຄົມ, ບັນດາເຂດຊຸມຊົນ“.
Thu Hằng