ກະກຽມກອງປະຊຸມຄັ້ງທີ 3 ສະພາແຫ່ງຊາດຊຸດທີ 13: ປະກອບຄຳເຫັນໃຫ້ບັນດາຮ່າງກົດໝາຍ
ພາບປະກອບຈາກອີນເຕີເນັດ
(vovworld) - ກະກຽມຈັດຕັ້ງກອງປະຊຸມສາໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມຊຸດທີ 13, ຄະນະສະມາຊິກສະພາແຫ່ງຊາດແຂວງ ບິນທ້ວນ ໄດ້ຈັດຕັ້ງໃຫ້ການປະຊຸມໂດຍມີຜູ້ຕາງໜ້າບັນດາພະແນກ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ... ທີ່ກ່ຽວຂ້ອງເຂົ້າຮ່ວມເພື່ອປະກອບຄຳເຫັນບັນດາຮ່າງກົດໝາຍຄື: ກົດໝາຍວ່າດ້ວຍການແກ້ໄຂກໍລະນີລະເມີດການບໍລິຫານ ແລະ ຮ່າງກົດໝາຍວ່າດ້ວຍເຜິຍແຜ່, ສຶກສາດ້ານກົດໝາຍ. ແລະກໍໃນວັນດຽວກັນ, ຄະນະສະມາຊິກສະພາແຫ່ງຊາດແຂວງ ນິນທ້ວນ ໄດ້ຈັດຕັ້ງກອງປະຊຸມຮັບເອົາຄຳເຫັນປະກອບຂອງປະຊາຊົນທຸກຊັ້ນວັນນະໃນແຂວງ ເຂົ້າຮ່າງກົດໝາຍວ່າດ້ວຍກຳມະບານ (ສະບັບປັບປຸງ) ເພື່ອຍືນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 3 ນີ້. ສະມາຊິກສະພາແຫ່ງຊາດສ່ວນຫຼາຍໄດ້ເຫັນດີເຫັນພ້ອມກັບຂອບເຂດການປັບປຸງຂອງຮ່າງກົດໝາຍສະບັບຕ່າງໆ ພ້ອມທັງປະກອບຄຳເຫັນປັບປຸງ, ເພີ່ມເຕີມບັນດາຂໍ້ມາດຕາຂອງບັນດາຮ່າງກົດໝາຍ ເພື່ອໃຫ້ບັນດາປະມວນກົດໝາຍນີ້ມີລັກສະນະສະເພາະ, ເໝາະສົມກັບທຸກເປົ້າໝາຍໃນສັງຄົມ. ບັນດາຜູ້ແທນເນັ້ນໜັກວ່າ: ສະພາແຫ່ງຊາດຄວນພິຈາລະນາ, ປັບປຸງ, ເພີ່ມເຕີມ ເພື່ອເຫັນດີເປັນເອກະສັນກັນບັນດາຂໍ້ມາດຕາ ໃນຮ່າງກົດໝາຍສະບັບຕ່າງໆນີ້ ເພື່ອເຮັດໃຫ້ກົດໝາຍມະຄວາມກະທັດລັດ, ແນບນຽນ.