(VOVWORLD) - ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິນເຫ້ວ ໄດ້ເປັນປະທານການປະຊຸມກະກຽມໃຫ້ແກ່ວາລະຊັກຖາມ ແລະ ຕອບຄຳຊັກຖາມທີ່ຈະຈັດຂຶ້ນໃນວັນທີ 15 ສິງຫາ.
ຕອນບ່າຍວັນທີ 11 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິນເຫ້ວ ໄດ້ເປັນປະທານການເຮັດວຽກ ໃຫ້ຄຳເຫັນກ່ຽວກັບຮ່າງບົດລາຍງານໝາກຜົນການຕິດຕາມກວດກາການປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດ ເພື່ອຍື່ນສະເໜີຕໍ່ ຄະນະປະຈຳສະພາແຫ່ງຊາດໃນວາລະປະຊຸມຄັ້ງທີ 25 ທີ່ຈະມາເຖິງນີ້.
ແລະ ກໍ່ໃນຕອນບ່າຍຂອງວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິນເຫ້ວ ກໍ່ໄດ້ເປັນປະທານການປະຊຸມກະກຽມໃຫ້ແກ່ວາລະຊັກຖາມ ແລະ ຕອບຄຳຊັກຖາມໃນວັນທີ 15 ສິງຫາ ໃນລາຍການ ວາລະປະຊຸມຄັ້ງທີ 25 ຂອງຄະນະປະຈຳສະພາແຫ່ງຊາດ ຊື່ງຈະສຸມໃສ່ບັນດາໝວກບັນຫາຂຶ້ນກັບຂົງເຂດຂອງກະຊວງຍຸດຕິທຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ພ້ອມກັບບາງບັນຫາມິລັກສະນະສະຖານະການ ໄດ້ຮັບຄວາມສົນໃຈຈາກ ປຊຊ.