ທ່ານ ເລຫາຍບິງ ຮັບແຕ່ງຕັ້ງເປັນໂຄສົກກະຊວງການຕ່່າງປະເທດຫວຽດນາມ (ພາບ:bongoaigiao)
|
(vovworld)- ວັນທີ 8/2, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່່າງປະເທດຫວຽດນາມຝ້າມບິງມິນ ໄດ້ເຊັນຂໍ້ຕົກລົງແຕ່ງຕັ້ງທ່ານ ເລຫາຍບິງ ຮອງຫົວໜ້າກົມໆການຂ່າວສື່ມວນຊົນ, ຮອງໂຄສົກກະຊວງການຕ່່າງປະເທດຫວຽດນາມໃຫ້ດຳລົງຕຳແໜ່ງຫົວໜ້າກົມໆການຂ່າວສື່ມວນຊົນ, ໂຄສົກກະຊວງ ການຕ່່າງປະເທດຫວຽດນາມ.
ກ່ອນໜ້ານັ້ນ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ເຊັນລັດຖະດຳລັດແຕ່ງຕັ້ງທ່ານ ເລືອງແທງງິ ຫົວໜ້າກົມໆການຂ່າວສື່ມວນຊົນ, ໂຄສົກກະຊວງການຕ່່າງປະເທດຫວຽດນາມໄປຮັບໜ້າທີ່ເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສ.ສ.ຫວຽດນາມປະຈຳອົດສະຕາລີ ທັງຮັບຜິດຊອບວຽກງານທູດປະຈຳ ສ. ວານົວຕູ, ສ. ມາຊານ, ສະຫະພັນ ມິກກໂຣເນເຊຍ, ໝູ່ເກາະ ໂຊໂລມອນ.