(vovworld) – ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2014 ຂອງຂະແໜງຊັບພະຍາກອນ ສິ່ງແວດລ້ອມ ຖືກຈັດຂຶ້ນໃນຕອນເຊົ້າວັນທີ 7/1, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູ້ງ ໄດ້ຕັກເຕືອນໃຫ້ຂະແໜງຊັບພະຍາກອນ ແລະ ສິ່ງແວດລ້ອມຄວນປະກາດໃຊ້ບັນດາເອກະສານຕິດແທດກັບສະພາບຕົວຈິງ, ພິເສດແມ່ນເອົາໃຈໃສ່ໂຄສະນາເຜິຍແຜ່, ຜັນຂະຫຍາຍເພື່ອໃຫ້ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ທີ່ສະພາແຫ່ງຊາດຫາກໍ່ຮັບຮອງເອົາກ້າວເຂົ້າສູ່ຊີວິດຕົວຈິງ. ທ່ານນາຍົກລັດຖະມົນຕີ ຖືວ່າ: ຂະແໜງຊັບພະຍາກອນ ແລະ ສິ່ງແວດລ້ອມ ຄວນເອົາໃຈໃສ່ເປັນພິເສດເຖິງວຽກງານຮັບປະກັນຄວາມປອດໄພຂອງອ່າງເກັບນ້ຳ, ປົກປັກຮັກສາຊີວິດການເປັນຢູ່ຂອງປະຊາຊົນ, ການຄຸ້ມຄອງ ແລະ ຂຸດຄົ້ນແຮ່ທາດຕ້ອງບັນລຸປະສິດທິຜົນທາງດ້ານເສດຖະກິດ, ຫລຸດຜ່ອນມົນລະພິດສິ່ງແວດລ້ອມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເວົ້າວ່າ:
“ຂ້າພະເຈົ້າສະເໜີໃຫ້ໂຈະຕິການຂຸດຄົ້ນທີ່ກໍ່ມົນລະພິດຕໍ່ສິ່ງແວດລ້ອມ, ບັນດາການຂຸດຄົ້ນຜິດກົດໝາຍສົ່ງອອກຊັບພະຍາກອນແຮ່ທາດດິບຕາມກຳນົດໃນທັນທີ. ຂ້າພະເຈົ້າສະເໜີໃຫ້ກະຊວງຊັບພະຍາກອນ ສິ່ງແວດລ້ອມ, ພະແນກຊັບພະຍາກອນ ສິ່ງແວດລ້ອມບັນດາແຂວງ ເພີ່ມທະວີການຄຸ້ມຄອງຢ່າງແໜ້ນແຟ້ນຕາມທິດຂຸດຄົ້ນຢ່າງມີປະສິດທິຜົນແບບຍືນຍົງ.”