(VOVWORLD) - ບັນດານັກອຸປະຖຳໄດ້ມອບເງິນຊ່ວຍເຫຼືອປຸກສ້າງເຮືອນຢູ່ອາໄສ 1.200 ຫຼັງໃຫ້ແກ່ຄອບຄົວທຸກຍາກ, ປະສົບກັບຄວາມຫຍຸ້ງຍາກກ່ຽວກັບເຮືອນຢູ່ໃນບໍລິເວນແຂວງ ຊອັກຈັງ, ເຮືອນແຕ່ລະຫຼັງ ຈະໄດ້ຮັບເງິນຊ່ວຍເຫຼືອ 50 ລ້ານດົ່ງ (ກວ່າ 2100 USD).
ພິທີມອບ-ຮັບເຮືອນ ແລະ ເງິນຊ່ວຍເຫຼືອໃນການປຸກສ້າງເຮືອນຢູ່ໃຫ້ແກ່ຄອບຄົວທຸກຍາກຢູ່ແຂວງ ຊອັກຈັງ (ພາບ: VOV) |
ວັນທີ 18 ມິຖຸນາ, ຢູ່ຕາແສງ ດ້າຍເຕິມ, ເມືອງ ໝີຊວຽນ, ແຂວງ ຊອັກຈັງ, ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງ, ຄະນະກຳມະກຳປະຊາຊົນແຂວງ ແລະ ຕຳຫຼວດ ແຂວງ ຊອັກຈັງ ຈັດພິທີມອບ-ຮັບເຮືອນ ແລະ ເງິນຊ່ວຍເຫຼືອໃນການປຸກສ້າງເຮືອນຢູ່ໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວຊາວເຜົ່າຂະແມ ທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ ຊອັກຈັງ.
ຢູ່ພິທີ, ບັນດານັກອຸປະຖຳໄດ້ມອບເງິນຊ່ວຍເຫຼືອປຸກສ້າງເຮືອນຢູ່ອາໄສ 1.200 ຫຼັງໃຫ້ແກ່ຄອບຄົວທຸກຍາກ, ປະສົບກັບຄວາມຫຍຸ້ງຍາກກ່ຽວກັບເຮືອນຢູ່ໃນບໍລິເວນແຂວງ ຊອັກຈັງ, ເຮືອນແຕ່ລະຫຼັງ ຈະໄດ້ຮັບເງິນຊ່ວຍເຫຼືອ 50 ລ້ານດົ່ງ (ກວ່າ 2100 USD). ທ່ານພົນໂທ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ເນັ້ນໜັກວ່າ ພັກ, ລັດ ຍາມໃດກໍມີຄວາມເອົາໃຈໃສ່ເປັນພິເສດ ແລະ ປະຕິບັດຕາມທັດສະນະ “ພັດທະນາເສດຖະກິດຕິດພັນກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ຮັບປະກັນການຊ່ວຍເຫຼືອສັງຄົມ” ຢ່າງສະເໝີຕົ້ນສະເໜີປາຍ. ດ້ວຍມູນເຊື້ອ, ຫຼັກສິນທຳ “ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ”, ໃນປີຜ່ານມາ, ກະຊວງຕຳຫຼວດ ຫວຽດນາມ ຍາມໃດກໍເອົາໃຈໃສ່, ເບິ່ງແຍງດູແລ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນທີ່ຍັງປະສົບກັບຄວາມຫຍຸ້ງຍາກ.
ກ່ອນໜ້ານັ້ນ, ໄລຍະ 2019 – 2022, ແຂວງ ຊອັກຈັງ ໄດ້ຂົນຂວາຍປຸກລະດົມ ແລະ ປຸກສ້າງເຮືອນຢູ່ໃຫ້ແກ່ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ ທີ່ມີຄວາມຕ້ອງການດ້ານເຮືອນຢູ່ ໄດ້ 5.200 ຫຼັງ.