ກະຊວງປ້ອງກັນປະເທດ ຫວຽດນາມ ສະໜັບສະໜູນກອງທັບ ຟີລິບປີນ 30.000 USD ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸ
(ພາບປະກອບ)
(vovworld) - ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຟຸງກວາງແທງ ຫາກໍ່ຕົກລົງຫັກຈຳນວນເງິນ 30.000 USD ຈາກກອງທຶນປ້ອງກັນ ແລະ ຕ້ານໄພທຳມະຊາດຂອງກະຊວງປ້ອງກັນປະເທດຫວຽດນາມ ເພື່ອໜູນຊ່ວຍກະຊວງປ້ອງກັນປະເທດຟີລິບປີນ, ເພື່ອແນໃສ່ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດເມື່ອປະສົບກັບຄວາມຫຍຸ້ງຍາກ.
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຟຸງກວາງແທງ ໄດ້ຝາກຈົດໝາຍຢື້ຢາມຖາມຂ່າວເຖິງລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປີນ, ໃນນັ້ນຊີ້ແຈ້ງວ່າ, ໂດຍເລີ່ມມາຈາກການພົວພັນລະຫວ່າງປະຊາຊົນ ແລະ ກອງທັບ 2 ປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ຕັດສິນໃຈແບ່ງປັນຄວາມຫຍຸ້ງຍາກກັບກອງທັບປະເທດຖານບ້ານໃກ້ເຮືອນຄຽງ, ປະກອບສ່ວນພ້ອມກັບກອງທັບຟີລິບປີນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດໂດຍໄວ.