ກະຊວງປ້ອງກັນປະເທດອາເມລິກາມີແຜນນະໂຍບາຍເປີດກວ້າງການເຄື່ອນໄຫວຢູ່ຊີຣີ
ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາ Aston Carter
(ພາບອີນເຕີແນັດ)
(vovworld) - ວັນທີ 01/12, ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາ Aston Carter ຢືນຢັນວ່າ, ກອງທັບປະເທດນີ້ຢາກມີການເຄື່ອນໄຫວຢູ່ຊີຣີ ຫຼາຍກວ່າອີກ ເພື່ອໜູນຊ່ວຍບັນດາກຳລັງປະເທດປະຈຳຖິ່ນ ໃນການຕ່ໍສູ້ຕ້ານອົງການລັດອິດສະລາມ IS ອ້າງຊື່ເອງ ແລະ ອາດຈະເປີດກວ້າງການເຄື່ອນໄຫວກວ່າອີກ ເມື່ອທຽບໃສ່ຄຳຖະແຫຼງຈັດສົ່ງທະຫານພິເສດ 50 ຄົນເຖິງປະເທດນີ້. ຜູ້ນຳໜ້າທຳນຽບ 5 ແຈໃຫ້ຮູ້ວ່າ, ຕວກກີ ຄວນເຄື່ອນໄຫວຢ່າງຕັ້ງໜ້າກວ່າ ໃນບັ້ນຮົບຕ້ານ IS, ປົກປັກຮັກສາບັນດາເສັ້ມຊາຍແດນຂອງປະເທດນີ້ ແລະ ຕີຂັບໄລ່ບັນດາເປົ້າໝາຍໜູນຫຼັງ IS ແຊກຊຶມເຂົ້າຕວກກີ.