ກະຊວງວິທະຍາສາດ - ເຕັກໂນໂລຢີສູ້ຊົນນຳໜ້າໃນການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ

ກະຊວງວິທະຍາສາດ - ເຕັກໂນໂລຢີສູ້ຊົນນຳໜ້າໃນການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ - ảnh 1
ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປີ 2014 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2015
(ພາບ: vietq.vn)

(vovworld) - ວັນ​ທີ 20/1. ຢູ່​ຮ່າ​ໂນ້ຍ, ກະຊວງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປີ 2014 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2015. ປີ 2015 ​ແມ່ນ​ປີ​ສຸດ​ທ້າຍ​ຂອງ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ໄລຍະ 5 ປີ (2011-2015), ​ແມ່ນ​ປີ​ບານພັບ​ຂອງ​ຍຸດ​ທະ​ສາດ ​ແລະ ​ແຜນການ​ພັດທະນາ​ໄລຍະ​ຍາວ 2011-2020. ຍ້ອນ​ເຫດ​ນັ້ນ, ກະຊວງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ສຸມ​ໃສ່​ກໍ່ສ້າງ​​ແຜນການ, ລາຍການ, ໜ້າ​ທີ່​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີຈຸດ​ສູ​ມ​ໃຫ້​ໄລຍະ 2016-2020; ພ້ອມ​ທັງ​ປັບປຸງ​ສິ່ງ​ແວດ​ລ້ອມ, ລະບອບ ​ແລະ ນະ​ໂຍບາຍ​ຊຸກຍູ້​ການ​ພັດທະນາວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ແລະ ການ​ປ່ຽນ​ໃໝ່​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ, ​ເພື່ອ​ມີ​ພື້ນຖານ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີພັດທະນາ​ຕ້ອງ​ກຳນົດ​ວິ​ສາ​ຫະກິດ​ແມ່ນ​ຈຸດ​ສຸມ​ຂອງ​ວຽກ​ງານ​ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ:

            “ກະຊວງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ຄວນ​ສືບ​ຕໍ່​ອະທິບາຍ ​ເພື່ອ​ມີ​ບັນດາ​ກົນ​ໄກ​ແທດ​ຈິງ​ສຳລັບ​ວິ​ສາ​ຫະກິດຄື​ພາສີ, ສິນ​ເຊື່ອ… ​ເພື່ອ​ໃຫ້​ເຂົາ​ເຈົ້າ​ເຫັນ​ແຈ້ງ​ຜົນ​ປະ​ໂຫຍ​ດ​ໃນ​ການ​ນຳ​ໃຊ້ ​ແລະ ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ. ຄຽງ​ຂ້າ​ນັ້ນ, ພວກ​ເຮົາ​ຕ້ອງ​ພ້ອມ​ກັນ​ປັບປຸງ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດ…. ​ເພື່ອ​ໃຫ້​ແຫຼ່ງກຳລັງ​ສັງຄົມ​ໄດ້​ຮັບ​ການ​ແຈກ​ຢາຍ​ຢ່າງ​ແທ້​ຈິງ ອີງ​ໃສ່​ກຳລັງ​ແກ່ງ​ແຍ້​ງຢ່າງ​ສະ​ເໝີ​ພາບ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ“

ຂ່າວ/ບົດ​ອື່ນ