ກະຊວງວິທະຍາສາດແລະເຕັກໂນໂລຊີຫວຽດນາມແລະກອງທືນເຕັກໂນໂລຊີແລະປ່ຽນໃໝ່ຂໍ້ລິເລີ່ມແຟງລັງ ເຊັນສັນຍາຮ່ວມມື
ພິທີເຊັນສັນຍາບົດບັນທຶກຊ່ວຍຈຳການຮ່ວມມື
(ພາບອິນເຕີແນັດ)
(vovworld) - ພິທີເຊັນສັນຍາບົດບັນທຶກຊ່ວຍຈຳການຮ່ວມມື ດຳເນີນວັນທີ 8 ມີນາ, ທີ່ນະຄອນຫຼວງຮ່າໂນ້ຍ ເພື່ອແນໃສ່ເປີດກ້ວາງຂອບຂະໜາດການຮ່ວມມື ລະຫວ່າງ ສອງລັດຖະບານຫຼາຍກວ່າເກົ່າ, ພ້ອມທັງເພີ່ມທະວີການຮ່ວມມື, ກໍ່ຄືການພັດທະນາ ລະຫວ່າງ ສອງປະເທດໃນຂອບເຂດວິທະຍາສາດ ແລະ ເຕັກໂນໂລຊີ. ທ່ານ ນາງ Lenita Toivakka, ລັດຖະມົນຕີວ່າການກະຊວງການຄ້າສາກົນ ແລະ ພັດທະນາແຟງລັງ, ເນັ້ນໜັກວ່າຫວຽດນາມ ແລະ ແຟງລັງ ຜັນຂະຫຍາຍໂຄງການປ່ຽນໃໝ່ຫຼາຍໂຄງການ ແລະ ຂໍ້ລິເລີ່ມຮ່ວມມືໃນໄລຍະຜ່ານມາ, ປັດຈຸບັນລານການຮ່ວມມື ກ່ຽວກັບການປ່ຽນໃໝ່ ແລະ ຂໍ້ລິເລີ່ມ ລະຫວ່າງ ສອງລັດຖະບານໄດ້ເຂົ້າສູ່ໄລຍະ 2 ແລະ ໄດ້ຮັບຮອງເປັນຜົນສຳເລັດໃຫຍ່ໃນການຮ່ວມມື ລະຫວ່າງ ສອງປະເທດ. ລາຍການໄດ້ປະກອບສ່ວນອັນໃຫຍ່ຫຼວງ ສຳລັບການພັດທະນາເສດຖະກິດ-ສັງຄົມຫວຽດນາມຢ່າງແທ້ຈິງ ແລະ ເພີ່ມທະວີຄູ່ຮ່ວມມື ຮ່ວມມືກັບລັດຖະບານແຟງລັງ ຫຼາຍກວ່າເກົ່າ. ຕາມເນື້ອໃນບົດບັນທຶກຊ່ວຍຈຳ ການຮ່ວມມື ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ແລະ ກອງທືນເຕັກໂນໂລຊີ ແລະ ປ່ຽນໃໝ່ຂໍ້ລິເລີ່ມແຟງລັງ, ສອງລັດຖະບານຫວຽດນາມ ແລະ ແຟງລັງ ຈະພ້ອມກັນຊ່ວຍໜູນບັນດາວິສາກະກິດ ປະສານສົບທົບກັນຜັນຂະຫຍາຍບັນດາການຄົ້ນຄ້ວາລວມ ບົນພື້ນຖານທ່າແຮງຂອງແຕ່ລະຝ່າຍຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ສົ່ງເສີມສຸຂະພາບ, ພະລັງງານໄຟຟ້າ, ເຕັກໂນໂລຊີນາໂນ, ເຕັກໂນໂລຊີບໍລິສຸດ.