ກະ​ຊວງ​ສາ​ທາ​ລະ​ນ​ະ​ສຸກ ປະ​ກາດດ່ວນ​ກ່ຽວ​ກັບ​ກໍ​ລະ​ນີ​ຕິດ​ເຊື້ອ​ຈາກ​ຜູ້​​ປະ​ຕິ​ບັດ​ການແຍກ​ຕົວ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ

(VOVWORLD) -ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຊີ້ນຳພະແນກສາທາລະນະສຸກນະຄອນໂຮ່ຈີມິນ ຮີບເຮັງຊອກຫາທຸກໆກໍລະນີ F1, F2 ຂອງ ບັນດາຜູ້ຕິດເຊື້ອດັ່ງກ່າວ, ປະຕິບັດມາດຕະການແຍກຕົວ ແລະ ເອົາແບບຢ່າງໄປວິໄຈຫາເຊື້ອສຳລັບທຸກໆກໍລະນີດັ່ງກ່າວ.
ກະ​ຊວງ​ສາ​ທາ​ລະ​ນ​ະ​ສຸກ ປະ​ກາດດ່ວນ​ກ່ຽວ​ກັບ​ກໍ​ລະ​ນີ​ຕິດ​ເຊື້ອ​ຈາກ​ຜູ້​​ປະ​ຕິ​ບັດ​ການແຍກ​ຕົວ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ - ảnh 1 ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມຖະແຫຼງຂ່າວ (ພາບ: suckhoedoisong.vn)

ຕອນບ່າຍວັນທີ 30 ພະຈິກ, ພາຍຫຼັງໄດ້ຮັບຂ່າວວ່າ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈາກຜູ້ປະຕິບັດການແຍກຕົວ, ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໄດ້ຮຽກໂຮມກອງປະຊຸມດ່ວນກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ, ເຊື່ອມຕໍ່ກັບຈຸດຖ່າຍທອດສົດ ຢູ່ນະຄອນໂຮ່ຈີມິນ ເພື່ອຊີ້ນຳຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກ້ັນໂລກລະບາດ ຢ່າງຮີບດ່ວນເພື່ອແນໃສ່ຈຳກັດບໍລິເວນ ແລະ ຄວບຄຸມການແຜ່ລະບາດ. ຕາມມູນຂ່າວທີ່ກອງປະຊຸມໃຫ້ຮູ້ວ່າ, ຜູ້ຕິດເຊື້ອພະຍາດ ໂຄວິດ - 19 ໃໝ່ທີ່ໄດ້ປະກາດໃນຕອນບ່າຍວັນທີ 30 ພະຈິກ (ຜູ້ຕິດເຊື້ອ 1347) ມີສ່ວນກ່ຽວຂ້ອງໂດຍກົງເຖິງຜູ້ຕິດເຊື້ອ 1342 ໂດຍໄດ້ປະກາດໃນຕອນບ່າຍວັນທີ 29 ພະຈິກ.

ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຊີ້ນຳພະແນກສາທາລະນະສຸກນະຄອນໂຮ່ຈີມິນ ຮີບເຮັງຊອກຫາທຸກໆກໍລະນີ F1, F2 ຂອງ ບັນດາຜູ້ຕິດເຊື້ອດັ່ງກ່າວ, ປະຕິບັດມາດຕະການແຍກຕົວ ແລະ ເອົາແບບຢ່າງໄປວິໄຈຫາເຊື້ອສຳລັບທຸກໆກໍລະນີດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ