ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ປະ​ກາດ​ມາດ​ຕະ​ຖານ​ສຳ​ລັບ​ຮາກ​ຖານ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19

(VOVWORLD) -ວັນທີ 20 ກໍລະກົດ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ປະກາດມາດຕະຖານສຳລັບຮາກຖານຮັບປະກັນຄວາມປອດໄພໃນການສັກວັກຊິນກັນພະຍາດໂຄວິດ - 19 ເພື່ອແນໃສ່ມຸ່ງໄປເຖິງເປົ້າໝາຍລວມ ແມ່ນປະກອບສ່ວນຍົກສູງວຽກງານຮັບປະກັນຄວາມປອດໄພໃນການສັກວັກຊິນກັນພະຍາດໂຄວິດ - 19 ໃນຂອບເຂດທົ່ວປະເທດ.
ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ປະ​ກາດ​ມາດ​ຕະ​ຖານ​ສຳ​ລັບ​ຮາກ​ຖານ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 - ảnh 1ກວດສຸຂະພາບກ່ອນສັກວັກຊິນກັນພະຍາດໂຄວິດ - 19 

ເປົ້າໝາຍລະອຽດ, ແມ່ນ ສະໜອງເຄື່ອງອຸປະກອນໃຫ້ບັນດາຮາກຖານສັກວັກຊິນ ກວດກາດ້ວຍຕົນເອງ, ຕີລາຄາ, ສຳຫຼວດກວດຄືນ, ແກ້ໄຂບັນດາຄວາມສ່ຽງທີ່ຍັງບໍ່ທັນບັນລຸໄດ້ຄວາມປອດໄພ; ສະໜອງເຄື່ອງອຸປະກອນໃຫ້ບັນດາອົງການຄຸ້ມຄອງສ້າງບັນຊີລາຍຊື່, ກວດກາ, ຕີລາຄາ, ຕິດຕາມກວດກາບັນດາຮາກຖານສັກວັກຊິນໃນບໍລິເວນ ແລະ ຕິດຕາມສະພາບການຜັນຂະຫຍາຍບັ້ນສັກວັກຊິນ.

ມາດຕະຖານຂອງຮາກຖານທີ່ຮັບປະກັນຄວາມປອດໄພໃນການສັກວັກຊິນ ລວມມີ 3 ສ່ວນ: ຂໍ້ມູນບໍລິຫານ, ໝາກຜົນການປະຕິບັດການສັກວັກຊິນ ແລະ ມາດຕະຖານຕີລາຄາ 9 ປະການ. ບັນດາມາດຕະຖານນີ້ ໄດ້ຍົກອອກບັນດາຄຳຮຽກຮ້ອງທີ່ຄວນກະກຽມກ່ອນທີ່ສັກວັກຊິນ, ໃນຂະນະທີ່ພວມສັກວັກຊິນ ແລະ ຕິດຕາມອາການພາຍຫຼັງການສັກວັກຊິນ.


ຕອບກັບ

ຂ່າວ/ບົດ​ອື່ນ