(vovworld.vn)-ຕອນເຊົ້າວັນທີ 8/2, ຢູ່ ຮ່າໂນ້ຍ, ກົມການຄ້າເອເລັກໂຕນິກ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ, (ກະຊວງອຸດສາຫະກຳ ແລະ ການຄ້າ) ໄດ້ເປີດສະຫຼອງເວັບໄຊກ່ຽວກັບຂໍ້ກຳນົດດ້ານການບໍລິຫານ ດ້ວຍລະຫັດ. http://kstthc.moit.gov.vn. ນີ້ແມ່ນລະຫັດທີ່ສະໜອງບັນດາຂໍ້ມູນກ່ຽວກັບຂໍ້ກຳນົດດ້ານການບໍລິຫານ, ບັນດາລະບຽບການດ້ານບໍລິຫານ ທີ່ຂຶ້ນກັບບົດບາດໜ້າທີ່ຄຸ້ມຄອງຂອງກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມທັງແກ້ໄຂຄວາມຂ້ອງໃຈ, ຂໍ້ສະເໜີຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ກ່ຽວກັບບັນດາຂໍ້ກຳນົດດ້ານການບໍລິຫານຂອງກະຊວງ. ເວັບໄຊນີ້ມີລັກສະນະຕິດຕໍ່ພົວພັນສູງລະຫວ່າງປະຊາຊົນ, ວິສາຫະກິດກັບບັນດາອົງການຄຸ້ມຄອງ. ຜ່ານນີ້, ການນຳບັນດາຫົວໜ່ວຍທີ່ຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າສາມາດໄດ້ຮັບຄວາມເຫັນປະກອບຂອງປະຊາຊົນທີ່ເຂົ້າຮ່ວມການປະຕິບັດລະບຽບການດ້ານບໍລິຫານ ເພື່ອສະເໜີປັບປຸງ, ເພີ່ມເຕີມ ຫຼືຍັກເວັ້ນບັນດາລະບຽບການທີ່ກໍ່ຄວາມຫຍຸ້ງເຫຍືອງໃຫ້ແກ່ອົງການຈັດຕັ້ງ, ສ່ວນບຸກຄົນ.