ກະແສຟອງຄັດຄ້ານການກະທຳຂອງຈີນໃນໂລກ
ກຳ່່ປັນຂອງຈີນສິດນ້ຳໃສ່ກຳ່ປັນ ຫວຽດນາມ
(ພາບປະກອບ)
(vovworld) - ໃນຊຸມມື້ຜ່ານມາ, ລັດຖະບານ, ວົງການນັກຮຽນຮູ້ຂອງ ຫຼາຍປະເທດໄດ້ພ້ອມກັນກ່າວປະນາມເລື່ອງ ຈີນ ຕັ້ງຮ້ານເຈາະນ້ຳມັນ ໄຮຢາງ 981 ໃນເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງ ຫວຽດນາມ ຢ່າງ ຜິດກົດໝາຍ. ນີ້ກໍ່ແມ່ນກະແສຟອງທີ່ແຂງແຮງທີ່ສຸດແນໃສ່ ຈີນ ນັບແຕ່ເມື່ອປະເທດນີ້ມີການກະທຳລວງລ້ຳອະທິປະໄຕເຂດນ່ານທະເລຂອງ ຫວຽດນາມ, ນາບຂູ່ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ພາຍຫຼັງບັນດາການນຳ ອາຊຽນ ອອກຖະແຫຼງການຮຽກຮ້ອງໃຫ້ລະງັບໃຈ ແລະ ຫຼຸດຜ່ອນການປີນຂັ້ນໄດຄວາມເຄັ່ງຕຶງຢູ່ທະເລຕາເວັນອອກຍ້ອນ ຈີນ ຕັ້ງຮ້ານເຈາະນ້ຳມັນ ໄຮຢາງ 981 ຢ່າງຜິດກົດໝາຍຢູ່ເຂດໄຫຼ່ທະເລ ແລະ ເຂດເສດຖະກິດຈຳເພາະຂອງ ຫວຽດນາມ, ວັນທີ 12/5, ລັດຖະບານ ຍີ່ປຸ່ນ ກໍ່ຊົມເຊີຍ ແລະ ຕີລະຄາສູງຖະແຫຼງການດັ່ງກ່າວ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານຫົວໜ້າຫ້ອງວ່າການລັດຖະບານ ຍີ່ປຸ່ນ Yoshihide Suga ໃຫ້ຮູ້ວ່າ ຍີ່ປຸ່ນ ປາດຖະໜາວ່າບັນດາຝ່າຍທີ່ກ່ຽວຂ້ອງຈະບໍ່ປະຕິບັດບັນດາການກະທຳພຽງລຳພັງຝ່າຍດຽວເຮັດໃຫ້ປີນຂັ້ນໄດຄວາມເຄັ່ງຕຶງຢ່າງແລະ ມີການກະທຳລະງັບໃຈຢ່າງແທດເໝາະກັບກົດໝາຍສາກົນ. ຍີ່ປຸນ ສະແດງຄວາມວິຕົກກັງວົນຢ່າງເລີກເຊີ່ງຕໍ່ໜ້າສະພາບຄວາມເຄັ່ງຕຶງປີນຂັ້ນໄດໃນພາກພື້ນຍ້ອນການກະທຳພຽງລຳພັງຝ່າຍດຽວຂອງ ຈີນ.
ວົງການນັກຮຽນຮູ້ປະເທດຕ່າງໆກໍ່ຄັດຄ້ານບັນດາການກະທຳທີ່ຜິດພາດຂອງ ຈີນ, ຖືວ່າປະເທດນີ້ພວມລວງລ້ຳອະທິປະໄຕເຂດນ່ານທະເລຂອງ ຫວຽດນາມ. ທີ່ກອງປະຊຸມສຳມະນາ “ ບົດບາດຂອງ ອີຕາລີ ຢູ່ພາກພື້ນ ອາຊີ - ປາຊີຟິກ” ໂດຍກະຊວງການຕ່າງປະເທດ ອີຕາລີ ສົມທົບກັບສະຖາບັນຄົ້ນຄວ້າບັນດາບັນຫາຍຸດທະສາດສາກົນ, ສະຖາບັນຄົ້ນຄວ້າຍຸດທະສາດການປ້ອງກັນປະເທດ ຈັດຕັ້ງຢູ່ນະຄອນຫຼວງ ໂຣມ, ນັກຮຽນຮູ້ ແລະ ຜູ້ແທນຫຼາຍຄົນໄດ້ກ່າວປະນາມການກະທຳຂອງຈີນ. ແລະຖືວ່າ ຈີນ ພວມຕັ້ງໃຈກໍ່ຄວາມເຄັ່ງຕຶງ, ນາບຂູ່ສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມສະຫງົບ ປອດໄພໃນການເດີນທະເລໃນພາກພື້ນ.