ທ່ານ Luong Thanh Nghi ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
ພາບ: internet
|
(vovworld) - ວັນທີ 8/11 ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ຫນ້າເລື່ອງລັດຖະບານ ລາວ ຕົກລົງລົງມືກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ໄຊຍະບູລີ, ທ່ານ Luong Thanh Nghi ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈງວ່າ: ເລື່ອງຂຸດຄົ້ນ ແລະ ນຳໃຊ້ແຫລ່ງຊັບພະຍາກອນຢ່າງສະໝຳ່ສະເຫມີ ແລະ ເໝາະສົມ, ພິເສດແມ່ນແຫລ່ງນ້ຳຢູ່ແມ່ຂອງແມ່ນມີຄວາມໝາຍສຳຄັນ, ປະກອບສ່ວນຮັບປະກັນການພັດທະນາແບບຍືນຍົງລວມຂອງລຸ່ມແມ່ນ້ຳຂອງ, ເພື່ອຜົນປະໂຫຍດຂອງບັນດາປະເທດແຄມແມ່ນ້ຳ ແລະ ປະຊາຊົນດຳລົງຊີວິດຢູ່ເຂດນີ້. ຫວຽດນາມ ໄດ້ສະແດງທັດສະນະຂອງຕົນເປັນຫລາຍເທື່ອແລ້ວ ເລື່ອງກໍ່ສ້າງບັນດາເຂື່ອນໄຟຟ້າຢູ່ໃນລຳແມ່ນ້ຳຂອງຕ້ອງພາຍໃຕ້ການຄຸ້ມຄອງສັງລວມ ແລະ ພັດທະນາແມ່ນ້ຳຂອງ ແລະ ໄດ້ສະເຫນີບັນດາປະເທດຈົ່ງສົມທົບກັນປະຕິບັດການຄົ້ນຄ້ວາສັງລວມບັນດາການກະທົບຂອງໂຄງການເຂື່ອນໄຟຟ້ານ້ຳຕົກສຕໍ່ການພັດທະນາແບບຍືນຍົງຂອງລຸ່ມແມ່ນ້ຳຂອງ. ທ່ານ Luong Thanh Nghi ກ່າວວ່າ:
“ພວກຂ້າພະເຈົ້າໄດ້ຮັບຂ່າວວ່າ ລັດຖະບານ ລາວ ຕົກລົງລົງມືກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ໄຊຍະບູລີ ພາຍຫລັງດັດແກ້ການອອກແບບຂອງກິດຈະກຳເພື່ອຫລຸດຜ່ອນຜົນກະທົບເຖິງເຂດລຸ່ມແມ່ຂອງ ແລະ ໃນວິວັດທະນາການກໍ່ສ້າງ ຖ້າຫາກພົບເຫັນກິດຈະກຳດັ່ງກ່າວກໍ່ຜົນກະທົບອັນໃຫຍ່ຫລວງ ຈະຢຸດຕິໂຄງການຢ່າງທັນທີ່. ພວກຂ້າພະເຈົ້າປາດຖະຫນາວ່າ ຝ່າຍລາວຈະສືບຕໍ່ດຳເນີນການຄົ້ນຄ້ວາຜົນກະທົບເຖິງສິ່ງແວດລ້ອມ ແລະ ສ້າງການອອກແບບເຂື່ອນໄຟຟ້ານ້ຳຕົກ ໄຊຍະບູລີ ໃຫ້ສົມບູນແບບ ພ້ອມທັງສົມທົບກັບ ຫວຽດນາມ, ກຳປູເຈຍ ແລະ ໄທ ພ້ອມກັນປະຕິບັດການຄົ້ນຄ້ວາສັງລວມ, ລະອຽດ, ຮອບດ້ານຕໍ່ຜົນກະທົບເຖິງສິ່ງແວດລ້ອມ, ເສດຖະກິດສັງຄົມຂອງເຂື່ອນໄຟຟ້ານ້ຳຕົກທັງໝົດທີ່ຄາດວ່າຈະກໍ່ສ້າງໃນລຳແມ່ຂອງ.”
WWF ເຕືອນໄພວ່າ ຕ່າງໆຢູ່ໃນລຳແມ່ນ້ຳຂອງອາດຈະຖືກສູນພັນ
ຖ້າຫາກກະແສນ້ຳຢູ່ແມ່ຂອງຖືກປ່ຽນແປງຍ້ອນບັນດາເຂື່ອນໄຟຟ້ານ້ຳຕົກ
ພາບ: internet
|
ເມື່ອຕອບຄຳຖາມກ່ຽວຂ້ອງເຖິງໝາກຜົນການເຈລະຈາຄັ້ງທີ 2 ກ່ຽວກັບບັນຫາບົນທະເລລະຫວ່າງ ຫວຽດນາມ ແລະ ຈີນ ຊື່ງດຳເນີນໄປໃນວັນທີ 6 -8/11/2012 ຢູ່ ຮ່າໂນ້ຍ, ທ່ານ Luong Thanh Nghi ຢືນຢັນວ່າ: ໂດຍປະຕິບັດຕາມການຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ ແລະ ຂໍ້ຕົກລົງບົນຫລັກການພື້ນຖານໃນການຊີ້ນຳແກ້ໄຂບັນຫາບົນທະເລລະຫວ່າງ ຫວຽດນາມ ແລະ ຈີນ ຊື່ງໄດ້ຮັບການລົງນາມໃນເດືອນ 10/2012, ທີ່ການເຈລະຈາຄັ້ງນີ້ ສອງຝ່າຍໄດ້ລາຍງານ ແລະ ແລກປ່ຽນຄວາມເຫັນກ່ຽວກັບບັນດາໂຄງການບຸລິມະສິດຮ່ວມມືທີ່ກ່ຽວຂ້ອງເຖິງ 4 ຂົງເຂດ: ປົກປັກຮັກສາສິ່ງແວດລ້ອມບົນທະເລ, ຄົ້ນຄ້ວາວິທະຍາສາດທະເລ, ຊອກຫາກູ້ຊີບບົນທະເລ ແລະ ປ້ອງກັນ ຕ້ານໄພທຳມະຊາດ.