ກອງປະຊຸມທີ່ດຳເນີນໃນຕອນເຊົ້າວັນທີ 07/7 ຢູ່ນະຄອນ ວິງ ( ແຂວງ ເງ້ອານ)
(ພາບ:ສື່ເອເລັກໂຕນິກ ເງ້ອານ)
(vovworld) – ”ສັນຍາ TPP ແລະ ຜົນກະທົບເຖິງຂົງເຂດເສດຖະກິດ, ການເງິນ ແລະ ຊັບສິນທາງປັນຍາຂອງຫວຽດນາມ” ນັ້ນແມ່ນຫົວຂໍ້ຂອງກອງປະຊຸມທີ່ດຳເນີນໃນຕອນເຊົ້າວັນທີ 07/7 ຢູ່ນະຄອນ ວິງ ( ແຂວງ ເງ້ອານ). ກອງປະຊຸມສຸມໃສ່ປຶກສາຫາລືກາລະໂອກາດ ແລະ ການທ້າທາຍສຳລັບບາງຂະແໜງ, ຂົງເຂດລະອຽດ ແລະ ການກະກຽມຂອງບັນດາວິສາຫະກິດ ຫວຽດນາມ; ການກະທົບຂອງສັນຍາ TPP ໃນຂົງເຂດການເງິນ ແລະ ບັນດາມາດຕະການດ້ານລະບອບ, ກົດໝາຍ, ການກະທົບຂອງ TPP ໃນຂົງເຂດຊັບສິນທາງປັນຍາ. ທ່ານ ເຈິ່ນວັນຮັ່ງ, ຫົວໜ້າກຳມາທິການການຕ່າງປະເທດ ສະພາແຫ່ງຊາດ, ຢືນຢັນວ່າ, ສັນຍາ TPP ຈະມີການກະທົບຢ່າງແຮງເຖິງພື້ນຖານເສດຖະກິດ ແລະ ວິສາຫະກິດ, ສ້າງກາລະໂອກາດຫຼາຍຢ່າງໃຫ້ ຫວຽດນາມໃນວິວັດແຫ່ງການປັບປຸງລະບອບ, ໜູນຊ່ວຍວິວັດການປ່ຽນໃໝ່ການເຕີບໂຕ ແລະ ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຕາມທິດຂະຫຍັນຂັນເຄື່ອນ, ໂປ່ງໃສ ແລະ ມີປະສິດທິຜົນກວ່າ. ເຖິງຢ່າງໃດກໍ່ຕາມ, ທ່ານ ເຈິ່ນວັນຮັ່ງ ຍັງຖືວ່າ, ເລື່ອງເຂົ້າຮ່ວມ TPP ໄດ້ວາງອອກການທ້າທາຍຫຼາຍຢ່າງ; ໃນນັ້ນ, ຮຽກຮ້ອງຕ້ອງປັບປຸງລະບົບກົດໝາຍ, ປ່ຽນໃໝ່ຮູບແບບເຕີບໂຕ ແລະ ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່; ຍົກສູງຄວາມສາມາດແກ່ງແຍ້ງຂອງວິສາຫະກິດ, ທັງເພື່ອເໝາະສົມກັບບັນດາຂໍ້ກຳນົດຂອງສັນຍາ ທັງຮັບປະກັນສະຖຽນລະພາບດ້ານການເມືອງ ແລະ ຮັບໃຊ້ຄາດໝາຍພັດທະນາຂອງປະເທດຊາດ.