ການຄ້າເອເລັກໂຕນິກ ຫວຽດນາມ ເຕີບໂຕສູງສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ໃນສະພາບການບັນດາຂົງເຂດເສດຖະກິດເກືອບທັງໝົດຖືກຜົນກະທົບຫຍໍ້ທໍ້ຈາກໂລກລະບາດໂຄວິດ-19 ນັ້ນ, ແຕ່ການຄ້າເອເລັກໂຕນິກ ຫວຽດນາມ ໄປຝືນກັບທ່າອ່ຽງ, ດ້ວຍລະດັບການເຕີບໂຕສູງສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້
ການຄ້າເອເລັກໂຕນິກ ຫວຽດນາມ ເຕີບໂຕສູງສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ - ảnh 1ພາບປະກອບ

  ທີ່ເວທີປາໄສການຄ້າເອເລັກໂຕນິດ ຫວຽດນາມ 2021 ໂດຍສະຫະສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ ຈັດຕັ້ງຂຶ້ນໃນວັນທີ 20 ເມສາ ຢູ່ ຮ່າໂນ້ຍ, ບັນດານັກຊ່ຽວຊານຢັ້ງຢືນວ່າ “ປີ 2020, ໃນສະພາບການບັນດາຂົງເຂດເສດຖະກິດເກືອບທັງໝົດຖືກຜົນກະທົບຫຍໍ້ທໍ້ຈາກໂລກລະບາດໂຄວິດ-19 ນັ້ນ, ແຕ່ການຄ້າເອເລັກໂຕນິກ ຫວຽດນາມ ໄປຝືນກັບທ່າອ່ຽງ, ດ້ວຍລະດັບການເຕີບໂຕສູງສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້”. ທ່ານ ຫງວຽນບີງມິງ, ກຳມະການຄະນະບໍລິຫານງານສະຫະສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ ໃຫ້ຮູ້ວ່າ:

        “ໃນຈຳນວນວິສາຫະກິດເຂົ້າຮ່ວມການສຳຫລວດ 5000 ແຫ່ງ, ໃນນັ້ນ ມີ 90% ແມ່ນວິສາຫະກິດນອກລັດ, ສ່ວນຍັງເຫຼືອແມ່ນລັດວິສາຫະກິດ ແລະ ວິສາຫະກິດທີ່ມີເງິນທຶນຂອງຕ່າງປະເທດ ແລະ ເປັນຕົ້ນແມ່ນບັນດາວິສາຫະກິດຂາຍຍົກ, ຂາຍຍ່ອຍ. ນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ ພວມບືນຕົວຂຶ້ນຢ່າງວ່ອງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ