ການຈັດວາງອັດຕາພາສີຕ້ານການຂາຍບຸບລາຄາ ປາຈາ ບໍ່ຍຸຕິທຳ

(vovworld) -  ວັນທີ 21/3, ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລ່ືອງ ຫວ່າງແລ້ວນີ້ ກະຊວງການຄ້າ ອາເມລິກາ ຕົກລົງຈັດວາງອັດຕາພາສີຕ້ານການ​​ຂາຍ​ບຸບ​ລາຄາ​ປາຈາ​ຂອງ ຫວຽດນາມ ​​ເພີ່ມ​ຂຶ້ນ​ສູງ​ກັບ​ສີ​ບ​ເທົ່າ​ເມື່ອ​ທຽບ​​ໃສ່​ອັດຕາ​ພາສີ​ກ່ອນ​ນີ້, ທ່ານ ​ເລືອ​ງ​ແທນ​ຫງີ້ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຊີ້​ແຈງ​ວ່າ:

        “ນີ້​ແມ່ນ​ຄຳ​ຕັດສິນ​ບໍ່​ຍຸຕິທຳ, ຂາດ​ຄວາມ​ພາວະ​ວິ​ໄສ. ພວກ​ຂ້າພະ​ເຈົ້າ​ໄດ້​ຢືນຢັນ​ເປັນ​ຫລາຍ​ຄັ້ງ​ແລ້ວ ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ບໍ່​ຂາຍ​ບຸບ​ລາຄາ​ປາຈາ, filet ​ແຊ​ເຢັນ​ກໍ​ຄື​ບັນດາ​ຜະລິດ​ຕະພັນ​ສິນ​ໃນ​ນ້ຳ​ປະ​​ເພດ​ອື່ນ​​ໄປ​ຍັງ​ຕະຫລາດ​ອາ​ເມ​ລິ​ກາ ​ແລະ ສະ​ເຫ​ນີກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ບໍ່​ຈັດ​ວາງ​ອັດຕາ​ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ​ສຳລັບ​ປາ​ຈາ​ກໍ​ຄື​ສິນ​ໃນ​ນ້ຳ​ປະ​ເພດ​ອື່ນ​ຂອງ​ຫວຽດນາມ. ພວກ​ຂ້າພະ​ເຈົ້າ​ຖື​ວ່າ ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ ຄວນ​ໄດ້​ຮັບ​ການ​ພິຈາລະນາ​ຢ່າງຍຸຕິທຳ, ພາ​ວະ​ວິ​ໄສ, ສອດຄ່ອງ​ກັບ​ບັນດາ​ຂໍ້​ກຳນົດ​ຂອງ​ອົງການ​ການ​ຄ້າ​ໂລກ, ສອດຄ່ອງ​ກັບ​ເນື້ອ​ໃນ​ຈິດ​ໃຈ​ການ​ຄ້າ​ເສລີ​ກໍ​ຄື​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ, ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ວິ​ສາ​ຫະກິດ ຫວຽດນາມ, ອາ​ເມ​ລິ​ກາ ກໍ​ຄື​ຜູ້​ບໍລິ​ໂພ​ກອາ​ເມ​ລິ​ກາ.”

ການຈັດວາງອັດຕາພາສີຕ້ານການຂາຍບຸບລາຄາ ປາຈາ ບໍ່ຍຸຕິທຳ - ảnh 1
ປາຈາຂອງ ຫວຽດນາມ
ພາບ:internet

ກ່ຽວ​ຂ້ອງ​ເຖິງ​ບັນຫາ​ນີ້, ທ່ານ ຟ້າ​ມມີນ​ຕວັນ, ຮອງ​ຫົວຫນ້າ​ກົມ​ໃຫຍ່​ສິນ​ໃນ​ນ້ຳ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ໄດ້​ຢືນຢັນ​ຄື​ດັ່ງກ່າວ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ ກ່ຽວ​ກັບ​ເລື່ອງ ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ຈັດ​ວາງ​ອັດຕາ​ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ​​ກວ່າ 100% ສຳລັບ​ປາ​ຈາ​ນຳ​ເຂົ້າ​ຈາກ ຫວຽດນາມ. ຕາມ​ທ່ານ ຕວນ​ແລ້ວ, ​ເລື່ອງ​ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ຈັດ​ວາງ​ອັດຕາ​ພາສີ​ສິນ​ໃນ​ນ້ຳຂອງ​ຫວຽດນາມ ສຳລັບ​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ຂອງ​ອາ​ເມ​ລິ​ກາ ​ແມ່ນ​ໄຮ້​ເຫດຜົນ ​ແລະ ຂາດ​ຄວາມ​ຈິງ​ໃນ​ການ​ເລືອກ​ເຟັ້ນປະ​ເທດ​ທີ 3 ​ແມ່ນ​ອິນ​ໂດ​ເນ​ເຊຍ ບໍ່​ເໝາະ​ສົມ.

        “ທີ​ຫນຶ່ງ ອິນ​ໂດ​ເນ​ເຊຍ ​ແມ່ນ​ພື້ນຖານ​ເສດຖະກິດ​ທີ່​ແຕກ​ຕ່າງ​ກັບ​ພື້ນຖານ​ເສດຖະກິດ​ຂອງ ຫວຽດນາມ. ທີ​ສອງ ຕົວ​ເລກ​ທີ່​ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ຍົກ​ອອກ​ມາ, ​ໃນ​ນັ້ນ ມີ​ອິນ​ໂດ​ເນ​ເຊຍ ບໍ່​ສາມາດຕາງຫນ້າ​ໃຫ້​ແກ່​ຂະ​ແຫນງ​ຜະລິດ​ປາຈາ​ທັງ​ໝົດ​ຂອງ ອິນ​ໂດ​ເນ​ເຊຍ. ທີ​ສາມ ປາ​ຫນັງ​ຂອງ ອິນ​ໂດ​ເນ​ເຊຍ ກໍ​ແຕກ​ຕ່າງ​ກັບ​ປາ​ຫນັງ​ທີ່​ລ້ຽງ​ຢູ່ ຫວຽດນາມ​. ນັ້ນ​ແມ່ນ​ບັນດາ​ຫລັກ​ຖານ​ສະ​ແດງ​ໃຫ້​ເຫັນ​ຄຳ​ຕັດສິນ​ຂອງ​ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ​ ບໍ່​ມີ​ລັກສະນະວິທະຍາສາດ ​ແລະ ຂາດ​ຄວາມ​ຈິງ.”

 

ຂ່າວ/ບົດ​ອື່ນ