(ພາບ: internet)
ວັນທີ 2/1, ມີຊາວໜຸ່ມປະກອບອາວຸດປະມານ 6.000 ຄົນ ສັງກັດປະຊາຄົມຊາວ Lou Nuer ໄດ້ບຸກເຂົ້າເທດສະບານເມືອງ Pibor ຂອງຊາວ Murle ຢູ່ລັດ Jonglei ພາກໃຕ້ ຊູດັງ ເພື່ອທຳລາຍ, ຈຸດເຜົາ ແລະ ປຸ້ນສະດົມ, ເຮັດໃຫ້ປະຊາຊົນນັບພັນຄົນຕ້ອງອົບພະຍົບໄປແຫ່ງອື່ນ. ທ່ານ Isaac Ajiba, ລັດຖະມົນຕີກະຊວງຖະແໜງຂ່າວລັດ Jonglei ໃຫ້ຮູ້ວ່າ: ຍັງບໍ່ທັນມີແຫຼ່ງຂ່າວເປັນທາງການກ່ຽວກັບຈຳນວນຜູ້ເສັຍຊີວິດ ແລະ ຮັບບາດເຈັບໃນການຈາລະຈົນນີ້, ແຕ່ວ່າສະພາບການຍັງຄົງເຄັ່ງຕຶງຕາບໃດ ທີ່ຊາວ Lou Nuer ຍັງປະກົດຕົວຢູ່ເທດສະບານເມືອງ Pibor.