ການຊ້ອມຮົບຂອງທະຫານເຮືອຫຼາຍ ປະເທດຢູ່ເຂດອ່າວເປີເຊຍ

ການຊ້ອມຮົບຂອງທະຫານເຮືອຫຼາຍ ປະເທດຢູ່ເຂດອ່າວເປີເຊຍ - ảnh 1

(ພາບປະກອບ: wvec.com)

(vovworld)- ​​​ວັນ​ທີ 6/5, ທະຫານ​ເຮື​ອອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ບັນດາຄະນະ​ຜູ້​ແທນ​ມາ​ຈາກ 41 ປະ​ເທດ​ໄດ້​​ໄປ​ຮອດ​ ບາ​ແຮງ ​ເພື່ອ​ເລີ່​ມຕົ້ນການ​ຊ້ອມຮົບ​ເກັບ​ກູ້​ທຳລາຍ​ໝາກ​ໝິ່ນ​ລອຍ​ຢູ່​ເຂດ​ອ່າວ​ເປີ​ເຊຍ. ການ​ຊອ້ມຮົບ​ໂດ​ຍອາ​ເມ​ລິ​ກາ ນຳ​ໜ້າ ຊື່​ງຈະ​ແກ່ຍາວ​ຮອດ​ວັນ​ທີ 30/5 ​ແລະ ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ຮ່ວມ​ມື​​ເດີນ​ທະ​ເລຂະ​ໜາດ​ໃຫ່ຍອັນ​ດັບ​ທີ 2 ຢູ່​ເຂດ​ອ່າວ​ເປີ​ເຊຍ ພາຍ​ໃນ​ເວລາ​ທໍ່​ທັນ​ຄົບ 1 ປີ​ຜ່ານ​ມາ. ການ​ຊ້ອມ​ຮົມ​ເລີ່​ມຕົ້ນດ້ວຍ​ການ​ເຄື່ອນ​ໄຫວ​ຝຶກ​ຊ້ອມ​​ເທິງ​ຝັ່ງ ​ແລະ ຫຼັງ​ຈາກ​ນັ້ນຈະ​ຍົກຍ້າຍ​ໄປ​ເຂດ​ອ່າວ​ເປີ​ເຊຍ ​ເພື່ອ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ເກັບ​ກູ້ ​ແລະ ທຳລາຍ​ໝາກ​ໝິ່ນ​ລອຍ. ກ່ອນການ​ຊ້ອມ​ຮົບ, ກອງທັບ​ເຮືອອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ການ​ຊ້ອມ​ຮົບ​ບໍ່​ແນ່​ໃສ່​ຕ້ານ​ໄພ​ນາບ​ຂູ່​ຈາກ​ອີຣານ ​ໂດຍ​ລະອຽດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເຕ​ເຮຣານ ກ່າວ​ເຕື່ອນວ່າ ອາດ​ຈະ​ປິດ​ລ້ອມ​ບັນດາ​ກຳ​ປັ່ນ​ບັນທຸກ​ນ້ຳມັນ​ຢູ່​ເຂດ​ອ່າວ​ເປີ​ເຊຍ ​ເພື່ອ​ແນ​ໃສ່​ໂຕ້​ຕອບ​ຄືນ​ບັນດາ​ມາດ​ຕະການ​ລົງ​ໂທດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ທີ່​ກ່ຽວ​ຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ