ການຍາດຊິງໃນທະເລຕາເວັນ ອອກຕ້ອງແກ້ໄຂໂດຍສັນຕິວິທີ ແລະຜ່ານທາງການທູດ
ກອງປະຊຸມສາກົນກ່ຽວກັບທະເລຕາເວັນອອກ ໄດ້ຖືກຈັດຂຶ້ນໃນວັນທີ 12 ແລະ 13 ທັນວາ ຢູ່ນະຄອນຫຼວງກົວລາລຳເປີປະເທດມາເລເຊຍໂດຍມີການເຂົ້າຮ່ວມຂອງນັກຮຽນຮູ້, ນັກຊ່ຽວຊານ, ນັກການທູດທີ່ມາຈາກ 25 ປະເທດໃນໂລກ, ໃນນັ້ນມີຫວຽດນາມ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດມາເລເຊຍ Richard Riot Anak jaem ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງທະເລຕາເວັນອອກທີ່ມີຕໍ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ຖືວ່າ ພາກພື້ນອາຊຽນມີສາຍສຳພັນຫຼາຍດ້ານທີ່ ບໍ່ອາດຕັດແຍກອອກຈາກທະເລຕາວັນອອກໄດ້. ທ່ານຢືນຢັນວ່າ ບັນຫາຍາດຊິງອະທິປະໄຕຢູ່ ທະເລຕາວັນອອກ, ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ ແລະ ຜ່ານທາງການທູດ ແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈກັນ ແລະ ການຮ່ວມມືລະຫວ່າງບັນດາປະເທດໃນພາກພື້ນ, ປະກອບສ່ວນສ້າງເຂດທະເລຕາເວັນອອກໃຫ້ກາຍເປັນພາກພື້ນສັນຕິພາບ ແລະ ປອງດອງ. ບັນດາຜູ້ແທນທີ່ເຂົ້າຮ່ວມຍັງສຸມໃສ່ປຶກສາຫາລືຫົວເລື່ອງຕ່າງໆຄື ການປະຕິບັດຫຼັກການແນະນຳການປະຕິບັດຖະແຫຼງການກ່ຽວກັບວິທີການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາວັນອອກ ( DOC ), ຄວາມສຳຄັນດ້ານຍຸດທະສາດຂອງບັນດາສາຍທາງທະເລຢູ່ ທະເລຕາວັນອອກທີ່ມີຕໍ່ການຄ້າອາຊີ....... ໃນບົດປະກອບຄຳເຫັນຂອງຕົນ, ຜູ້ອຳນວຍການສູນຄົ້ນຄ້ວາ ທະເລຕາວັນອອກທີ່ຂຶ້ນກັບສະຖາບັນການຕ່າງປະເທດຫວຽດນາມ ເຈີນເຈື່ອງຖີ ໄດ້ນຳສະເໜີທັດສະນະກ່ຽວກັບການຜັນແປໃນມໍ່ໆມານີ້ຢູ່ ທະເລຕາວັນອອກ, ເນັ້ນເຖິງຄວາມຈຳເປັນຕອ້ງສ້າງ DOC , ເພີ່ມທະວີການຮ່ວມມືໃນພາກພື້ນ ......