(vovworld) – ຕາມກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລ້ວ, ປີ 2014, ຫວຽດນາມ ໄດ້ດຶງດູດເງິນລົງທຶນຈາກຕ່າງປະເທດໄດ້ 20,3 ຕື້ USD, ເພີ່ມຂຶ້ນ 19% ເມື່ອທຽບໃສ່ແຜນການທີ່ໄດ້ວາງອອກໃຫ້ປີ 2014. ບັນດາໂຄງການລົງທຶນໂດຍກົງຈາກຕ່າງປະເທດປ່ອຍເງິນໄດ້ 12,3 ຕື້ USD. ຂົງເຂດອຸດສາຫະກຳປຸງແຕ່ງ, ຜະລິດ ເຊິ່ງແມ່ນຂົງເຂດດຶງດູດໄດ້ຄວາມສົນໃຈຈາກບັນດານັກລົງທຶນຕ່າງປະເທດຫຼາຍກວ່າໝູ່ ດ້ວຍກວ່າ 770 ໂຄງການຈົດທະບຽນໃໝ່, ຍອດຈຳນວນທຶນສະໜອງໃໝ່ ແລະ ເພີ່ມເຕີມບັນລຸເກືອບ 14,5 ຕື້ USD. ໃນຈຳນວນ 60 ປະເທດ ແລະ ເຂດແຄ້ວນທີ່ມີໂຄງການລົງທຶນເຂົ້າຫວຽດນາມ ໃນປີ 2014, ສ.ເກົາຫຼີ ໄດ້ນຳໜ້າດ້ວຍຍອດຈຳນວນທຶນຈົດທະບຽນໃໝ່ ແລະ ທຶນເພີ່ມເຕີມແມ່ນ 7,3 ຕື້ USD, ຖັດມາແມ່ນຮົ່ງກົງ (ຈີນ), ສິງກະໂປ, ຍີ່ປຸ່ນ.