ກ​ານ​ຖ​ະ​ແຫຼງ​ຂ່າວ​​ຄັ້ງໃຫຍ່ ​ປະ​ຈຳ​ປີ​ຂອງ ປະ​ທາ​ນາ​ທິບ​ໍ​ດີ​ລັດ​ເຊຍ ຕ່າງ​ກັບ​ທຸກ​ປີ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ມີນັກຂ່າວປະມານ 800 ຄົນໄດ້ຈົດທະບຽນເຂົ້າຮ່ວມ, ຈຳນວນດັ່ງກ່າວແມ່ນຫນ້ອຍກ່ວາຫຼາຍເມື່ອທຽບໃສ່ຊຸມປີກ່ອນນັ້ນ.
ກ​ານ​ຖ​ະ​ແຫຼງ​ຂ່າວ​​ຄັ້ງໃຫຍ່ ​ປະ​ຈຳ​ປີ​ຂອງ ປະ​ທາ​ນາ​ທິບ​ໍ​ດີ​ລັດ​ເຊຍ ຕ່າງ​ກັບ​ທຸກ​ປີ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1 ທ່ານປະທານາທິບໍດີລັດເຊຍ Vladimir Putin (ພາບ: iz.ru)

ເວລາ 12 ໂມງຂອງ ວັນທີ 17 ທັນວາ, ຕາມເວລາ ມົດສະກູ, ຢູ່ນະຄອນຫຼວງ ມົດສະກູຂອງສະຫະພັນ ລັດເຊຍ ໄດ້ດຳເນີນກອງປະຊຸມຄັ້ງໃຫຍ່ປະຈຳປີຂອງ ທ່ານປະທານາທິບໍດີລັດເຊຍ Vladimir Putin. ການຖະແຫຼງຂ່າວໃຫຍ່ແມ່ນເຫດການທີ່ໄດ້ຈັດຂຶ້ນທຸກປີຢູ່ລັດເຊຍ ດ້ວຍການເຂົ້າຮ່ວມຂອງນັກຂ່າວລັດເຊຍ ແລະ ສາກົນເປັນຈຳນວນຫຼາຍ. ປີນີ້, ຍ້ອນໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນຢູ່ລັດເຊຍ, ດັ່ງນັ້ນ ເຫດການນີ້ໄດ້ຈັດຕັ້ງຕາມລະບົບ ປະຊຸມທາງໂທລະພາບ. ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ຕິດຕໍ່ຈາກທຳນຽບຂອງຕົນຢູ່ Novo – Ogaryovo.

ຕອບກັບ

ຂ່າວ/ບົດ​ອື່ນ