ການທູດເສດຖະກິດຕັ້ງໜ້າຮ່ວມເດີນທາງ, ໜູນຊ່ວຍວິສາຫະກິດ

(VOVWORLD) - ວຽກງານການທູດເສດຖະກິດໄດ້ມີບັນດາການຫັນປ່ຽນບຸກທະລຸ, ຊ່ວຍເຊື່ອມຕໍ່ບັນດາວິສາຫະກິດ ຫວຽດນາມ ກັບບັນດາຕະຫຼາດຕ່າງປະເທດ.
ການທູດເສດຖະກິດຕັ້ງໜ້າຮ່ວມເດີນທາງ, ໜູນຊ່ວຍວິສາຫະກິດ - ảnh 1ທີ່ການໂອ້ລົມສົນທະນາ
(ພາບ: TTXVN)

        ໃນປີ 2023, ການທູດເສດຖະກິດໄດ້ຕັ້ງໜ້າຮ່ວມເດີນທາງ, ໜູນຊ່ວຍບັນດາທ້ອງຖິ່ນ, ວິສາຫະກິດເປີດກວ້າງການພົວພັນຕ່າງປະເທດ, ດຶງດູດບັນດາແຫຼ່ງກຳລັງໃນສະພາບເສດຖະກິດໂລກມີການຜັນແປຫຼາຍຢ່າງ. ນີ້ແມ່ນຂໍ້ສັງເກດທີ່ພົ້ນເດັ່ນໃນການໂອ້ລົມສົນທະນາລະຫວ່າງບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຢູ່ຕ່າງປະເທດ ກັບບັນດາສະຫະສະມາຄົມ ແລະ ວິສາຫະກິດ ຫວຽດນາມ, ທີ່ໄດ້ຂຶ້ນໃນຕອນບ່າຍວັນທີ 15 ທັນວາ, ຢູ່ ຮ່າໂນ້ຍ.

        ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ຕີລາຄາວ່າ ສະພາບການໂລກພວມຜ່ານຜ່າໄລຍະຫຍຸ້ງຍາກ, ບໍ່ຄົງທີ່ໃນຫຼາຍທົດສະວັດ, ດ້ວຍໄພເງິນເຟີ້ ແລະ ດອກເບ້ຍສູງເປັນສະຖິຕິ, ການແກ່ງແຍ້ງຍຸດທະສາດຂອງບັນດາປະເທດໃຫຍ່ ຊຸກຍູ້ທ່າອ່ຽງຮ່ວມມືດ້ານເສດຖະກິດ “ຫັນເປັນການເມືອງ, ຄວາມໝັ້ນຄົງ”. ໃນສະພາບການນັ້ນ, ວຽກງານການທູດເສດຖະກິດໄດ້ມີບັນດາການຫັນປ່ຽນບຸກທະລຸ, ຊ່ວຍເຊື່ອມຕໍ່ບັນດາວິສາຫະກິດ ຫວຽດນາມ ກັບບັນດາຕະຫຼາດຕ່າງປະເທດ. ທ່ານ ເຈືອງດິ່ງແຫ່ວ, ເລຂາທິການສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ, ແບ່ງປັນວ່າ:

        “ເລື່ອງສຸມໃສ່ເຂົ້າໃນການທູດເສດຖະກິດ ໄດ້ນຳມາເຊິ່ງກຳລັງໜູນຢ່າງໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດ. ຍ້ອນເຫດນັ້ນ, ຂະແໜງສິນໃນນ້ຳໄດ້ຮັບການປັບປຸງທີ່ຕັ້ງຢູ່ 4 ຕະຫຼາດໃຫຍ່. ຍ້ອນມີການກຳນົດທິດສຳຜັດກັບບັນດາຕະຫຼາດສຳຄັນ, ມີມາດຕະຖານສູງນັ້ນ ພວກເຮົາສາມາດສ້າງລະບົບຜະລິດ, ປຸງແຕ່ງໃຫ້ສົມບູນແບບຢ່າງໝັ້ນຄົງ, ນັບທັງການພັດທະນາສີຂຽວ”.

ຕອບກັບ

ຂ່າວ/ບົດ​ອື່ນ