ການນໍາ ອິນເດຍ - ຈີນ ປຶກສາຫາລືບັນດາບັນຫາສອງຝ່າຍ
(VOVWORLD) - ຕອນເຊົ້າວັນທີ 12 ຕຸລາ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ແລະ ປະທານປະເທດ ຈີນ ສີຈີ້ນຜິງ ໄດ້ມີການພົບປະປຶກສາຫາລືກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ກໍຄືບັນຫາຕ່າງໆ ເຊິ່ງ ຕ່າງຝ່າຍຕ່າງມີຄວາມສົນໃຈ ໃນຂອບເຂດກອງປະຊຸມສຸດຍອດບໍ່ເປັນທາງການຄັ້ງທີສອງ ທີ່ຈັດຂຶ້ນຢູ່ລັດ Tamil Nadu, ປະເທດ ອິນເດຍ.
ທ່ານນາຍົກລັດຖະມົນຕີ Narendra Modi ແລະ ປະທານປະເທດ ຈີນ ສີຈີ້ນຜິງ (ພາບ: TTXVN) |
ກ່ອນໜ້ານັ້ນ, ຕອນຄໍ່າວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີ Narendra Modi ແລະ ປະທານປະເທດ ຈີນ ສີຈີ້ນຜິງ ໄດ້ມີການປຶກສາຫາລືເປັນເວລາ 02 ຊົ່ວໂມງ. ການນໍາສອງປະເທດ ໄດ້ເຕື້ອງເຖິງສາຍສໍາພັນກ່ຽວກັບປະຫວັດສາດ ແລະ ການຄ້າລະຫວ່າງພາກໃຕ້ອິນເດຍ ກັບເຂດແຄມທະເລທາງພາກຕາເວັນອອກປະເທດຈີນ; ປຶກສາຫາລືລະອຽດກ່ຽວກັບວິໄສທັດແຫ່ງຊາດຂອງຕົນ ກໍຄືບັນດາບຸລິມະສິດໃນການບໍລິຫານປະເທດຊາດ.
ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງເສດຖະກິດການຄ້າ, ການນໍາສອງທ່ານໄດ້ກໍານົດວ່າ ບັນດາຂົງເຂດລົງທຶນ ເຊິ່ງສອງປະເທດອາດສາມາດສົ່ງເສີມ ແລະ ແບບວິທີການເພີ່ມທະວີປະລິມານ ກໍຄືມູນຄ່າດ້ານການຄ້າ, ບັນຫາຂາດດຸນການຄ້າ.
ນອກຈາກນັ້ນ, ສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍຂອງການກໍ່ການຮ້າຍ ແລະ ຫົວຮຸນແຮງ ເຊິ່ງສອງປະເທດຕ້ອງປະເຊີນໜ້າ.