ການນຳ VOV ຕ້ອນຮັບຄະນະ ເອກອັກຄະລັດຖະທູດທີ່ຫາກໍ່ໄດ້ຮັບ ການແຕ່ງຕັ້ງ

ການນຳ VOV ຕ້ອນຮັບຄະນະ ເອກອັກຄະລັດຖະທູດທີ່ຫາກໍ່ໄດ້ຮັບ ການແຕ່ງຕັ້ງ - ảnh 1

ການ​ນຳ VOV ​ຕ້ອນຮັບ​ຄະນະ​​ເອກ​ອັກຄະ​ລັດ​ຖະທູດທີ່​ຫາ​ກໍ່​ໄດ້​ຮັບ​ກາ​ນ​ແຕ່ງ​ຕັ້ງ

(vovworld) – ວັນ​ທີ 13/6, ຢູ່​ສຳນັກງານ​ຂອງ​ວິທະຍຸ​ກະຈາຍສຽງ ຫວຽດນາມ (VOV), ການ​ນຳ VOV ​ໄດ້ມີ​ການ​ເຮັດ​ວຽກ​ກັບ​ຄະນະ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ 9 ທ່ານ ​ເຊິ່ງທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ຫາ​ກໍ່ເຊັນ​ຂໍ້​ຕົກລົງ​ແຕ່ງ​ຕັ້ງ​ໃຫ້​ໄປ​ປະຕິບັດ​ວຽກ​ງານ​ການ​ທູດ​ຢູ່​ບັນ​ດາ​ປະ​ເທ​ດຄື: ກາ​ນາ​ດາ, ສ ​ເກົາຫຼີ, ສ ​ເຊັກ, ມາຣົ​ກ, ອາກ​ແຮນ​ຕີ​ນາ, ກູ​ຍບາ, ອາບຟຣີກາ ​ໃຕ້, ​ໂປ​ໂລ​ຍ ​ແລະ ນອກ​ແວ. ທີ່​ກາ​ນຕ້ອນຮັບ, ທ່ານ ຫງວຽນ​ດັງ​ຕຽດ - ຜູ້ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະຈາຍສຽງ ຫວຽດນາມ ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຢ່າງ​ຕັ້ງໜ້າ​ຈາກບັນດາ​ເອກ​ອັກຄະ​ລັດຖະທູດ​ໃນ​ອາຍຸ​ການ​ປະຕິບັດ​ງານຢູ່​ຕ່າງປະ​ເທດ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ, ​ເປີດ​ກ້ວາງ​ການ​ພົວພັນ​ການ​ທູດ​ລະຫວ່າງ VOV ກັບ​ບັນດາ​ອົງການ​ກະຈາຍສຽງ, ​ໂທລະພາບ ຢູ່​ບັນດາ​ປະ​ເທດ​​ເຫຼົ່າ​ນັ້ນ.

    ​ໂດຍຕາງໜ້າ​ໃຫ້​ຄະນະ, ທ່ານ ​ໂຕ​ແອ​ງຢູງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ກາ​ນາ​ດາ ຢືນຢັນ​ວ່າ: ສະຖານທູດ ຫວຽດນາມ ປະຈຳ​ບັນດາ​ປະ​ເທດ​ດັ່ງກ່າວ​ຈະ​ຊ່ວຍ​ເຫຼືອ VOV ​ໃນ​ການ​ເພີ່ມ​ທະວີ​ການ​ໂຄສະນາ​ຂໍ້​ມູນ​ຂ່າວສານ​ກັບຕ່າງປະ​ເທດ, ​ເປີດ​ບັນດາ​ອົງການ​ປະຈຳ​ຂອງ VOV ຕາມ​ການ​ກຳນົດ​ທິດ​ຂອງ​ວິທະຍຸ​ກະຈາຍສຽງ ຫວຽດນາມ ຮອດ​ປີ 2020.

 

 

ຂ່າວ/ບົດ​ອື່ນ