ການນຳ ອັງກິດ ແລະ ຝລັ່ງ ຖືກຊັກຖາມທີ່ສະພາແຫ່ງຊາດກ່ຽວກັບບັ້ນບຸກໂຈມຕີທາງອາກາດຢູ່ຊີຣີ

(VOVWORLD) - ທ່ານປະທານາທິບໍດີ Macron ກໍ່ປະເຊີນໜ້າກັບການຕຳໜິຕິຕຽນຄ້າຍຄືກັນກ່ຽວກັບຄຳຕັດສິນບຸກໂຈມຕີ ຊີຣີ ເຊິ່ງບໍ່ມີການປຶກສາຫາລືຂອງສະພາແຫ່ງຊາດກ່ອນ

ການນຳ ອັງກິດ ແລະ ຝລັ່ງ ຖືກຊັກຖາມທີ່ສະພາແຫ່ງຊາດກ່ຽວກັບບັ້ນບຸກໂຈມຕີທາງອາກາດຢູ່ຊີຣີ - ảnh 1ທ່ານນາງນາຍົກລັດຖະມົນຕີ ອັງກິດ ແລະ ປະທານາທິບໍດີ ຝລັ່ງ

(ພາບປະກອບຈາກ AFP)

ວັນທີ 16 ເມສາ, ເມື່ອ ອະພິປາຍຕໍ່ສະພາແຫ່ງຊາດ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຢັ້ງຢືນວ່າ ເລື່ອງບັນດາສະມາຊິກສະພາແຫ່ງຊາດ ໄດ້ຊັກຖາມທ່ານນາງກ່ຽວກັບຄຳຕັດສິນເຂົ້າຮ່ວມບັ້ນບຸກໂຈມຕີທາງອາກາດເລັ່ງໃສ່ ຊີຣີ ເຊິ່ງບໍ່ໄດ້ຮັບການໃຫ້ສັດຕະຍາບັນລ່ວງໜ້າແມ່ນການກະທຳຖືກຕ້ອງ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານນາງ May ຖືວ່າ, ດ້ວຍຖານະເປັນນາຍົກລັດຖະມົນຕີ ອັງກິດ, ທ່ານນາງມີໜ້າທີ່ຕ້ອງຍົກອອກຄຳຕັດສິນ ແລະ ທ່ານນາງ ໄດ້ຕັດສິນໃຈແຊກແຊງ “ເພື່ອຜົນປະໂຫຍດແຫ່ງຊາດ” ຂອງອັງກິດ. ແລະ ກໍ່ໃນການຊັກຖາມຄັ້ງນີ້, ຫົວໜ້າພັກຝ່າຍຄ້ານ Jeremy Corbyn ໄດ້ຮຽກຮ້ອງໃຫ້ສະພາແຫ່ງຊາດ ອັງກິດ ຮັບຮອງເອົາຄຳຕັດສິນສະກັດກັ້ນລັດຖະບານທີ່ໄດ້ຮັບອະນຸຍາດຕັດສິນການກະທຳດ້ານການທະຫານເອງເກືອບທັງໝົດໃນກໍລະນີຕ່າງໆ.

        ສ່ວນຢູ່ ຝລັ່ງ, ທ່ານປະທານາທິບໍດີ Macron ກໍ່ປະເຊີນໜ້າກັບການຕຳໜິຕິຕຽນຄ້າຍຄືກັນກ່ຽວກັບຄຳຕັດສິນບຸກໂຈມຕີ ຊີຣີ ເຊິ່ງບໍ່ມີການປຶກສາຫາລືຂອງສະພາແຫ່ງຊາດກ່ອນ. ໃນວາລະປະຊຸມເມື່ອວັນທີ 16 ເມສາ, ຝ່າຍສ່ວນຫຼາຍໃນສະພາສູງ ແລະ ສະພາຕ່ຳ ສະໜັບສະໜູນລັດຖະບານ ແລະ ຝ່າຍຄ້ານຍັງບໍ່ທັນຊອກສຽງເວົ້າລວມໃນບັນຫານີ້ໄດ້. ການນຳພັກຝ່າຍຊ້າຍ, ຝ່າຍຂວາ ແລະ ກາງ ລ້ວນແຕ່ຕຳໜິຕິຕຽນເຫດບຸກໂຈມຕີທາງອາກາດຢູ່ ຊີຣີ, ຖືວ່າ ທ່ານປະທານາທິບໍດີ Macron ບໍ່ຍົກອອກມາບໍ່ວ່າພະຍານຫຼັກຖານໃດໆທີ່ສະແດງໃຫ້ເຫັນອຳນາດການປົກຄອງ ຊີຣີ ໄດ້ນຳໃຊ້ອາວຸດເຄມີ ທີ່ເຄີຍເປັນສາຍເຫດເພື່ອໃຫ້ກຳລັງທະຫານປະສົມສາກົນປຸກລະດົມການບຸກໂຈມຕີ.

ຕອບກັບ

ຂ່າວ/ບົດ​ອື່ນ