ການນຳ ອາເມລິກາ, ຈີນ ໂອ້ລົມທາງໂທລະສັບໂດຍສຸມໃສ່ດ້ານການຄ້າ

(VOVWORLD) -  ວັນທີ 01 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການໂອ້ລົມໂທລະສັບກັບທ່ານປະທານປະເທດ ຈີນ ສີຈິ້ນຜີງ, ໃນນັ້ນ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາການຂັດແຍ້ງກັນດ້ານການຄ້າເພີ່ມຂຶ້ນລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ກ່ວາໝູ່ຢູ່ໃນໂລກ.

ໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ Trump ໃຫ້ຮູ້ວ່າ: ທ່ານຫາກໍ່ມີການແລກປ່ຽນ “ອັນດີງາມທີ່ສຸດ” ກັບທ່ານປະທານປະເທດ ຈີນ ສີຈິ້ນຜີງ. 2 ຝ່າຍໄດ້ປຶກສາຫາລືກ່ຽວກັບຫລາຍບັນຫາ, ໃນນັ້ນ ພິເສດແມ່ນເນັ້ນໜັກເຖິງບັນຫາການຄ້າ. ນອກນັ້ນ, ທ່ານ Trump ຍັງໃຫ້ຮູ້ວ່າ: 2 ຝ່າຍກໍ່ມີການປຶກສາຫາລືຢ່າງຕັ້ງໜ້າກ່ຽວກັບບັນຫາ ສປປ.ເກົາຫຼີ.

        ກໍ່ໃນການຜັນແປທີ່ກ່ຽວຂ້ອງ, ວັນທີ 01 ພະຈິກ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽງ ຮຽກຮ້ອງປະເທດນີ້ ແລະ ອາເມລິກາ ແກ້ໄຂການຂັດແຍ້ງກັນໂດຍຜ່ານການປຶກສາຫາລື. ຕາມທ່ານ ຫຼີເຄີສຽງ ແລ້ວ, ເຖິງວ່າຍັງມີຫລາຍບັນຫາທີ່ແຕກຕ່າງກັນໄດ້ເກີດຂຶ້ນໃນການຮ່ວມມືດ້ານເສດຖະກິດ ແລະ ການຄ້າກໍ່ຕາມ, ແຕ່ 2 ຝ່າຍຄວນເຄົາລົບເຊິ່ງກັນ ແລະ ກັນ ແລະ ຊັ່ງຊາເຖິງຜົນປະໂຫຍດ ຂອງແຕ່ລະປະເທດ, ກໍ່ຄືແກ້ໄຂບັນດາການຂັດແຍ້ງ ແລະ ຄວາມແຕກຕ່າງຜ່ານການເຈລະຈາ ແລະ ປຶກສາຫາລືບົນພື້ນຖານຄວາມສະເໝີພາບ. ທ່ານກໍ່ເນັ້ນໜັກວ່າ ສິ່ງນີ້ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ 2 ປະເທດເທົ່ານັ້ນ ຫາກຍັງໃຫ້ທົ່ວໂລກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ