ການນຳນະຄອນໂຮ່ຈິມິນ ຕ້ອນຮັບຄະນະຜູ້ແທນພັກປະເທດລັດເຊຍ ເອກະພາບ
ການນຳນະຄອນໂຮ່ຈິມິນ ຕ້ອນຮັບຄະນະຜູ້ແທນພັກປະເທດລັດເຊຍ ເອກະພາບ
(ພາບ: TTXVN)
(vovworld) – ວັນທີ 22/12, ທ່ານນາງ ຫງວຽນທິທູຮ່າ, ຮອງເລຂາຄະນະພັກນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກປະເທດລັດເຊຍ ເອກະພາບ (ER) ໂດຍທ່ານ Andrey Klimov, ກຳມະຫານຄະນະປະທານສະພາຄົບຄະນະ ER ນຳໜ້າ, ພວມຢ້ຽມຢາມ ແລະ ເນັດວຽກຢູ່ນະຄອນ. ທ່ານນາງ ຫງວຽນທິທູຮ່າ ເນັ້ນໜັກເຖິງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ສະຫະພັນລັດເຊຍ ໃນໄລຍະຜ່ານມາ ໄດ້ຮັບການພັດທະນາຢ່າງດີງາມ. ເລື່ອງສືບຕໍ່ເພີ່ມທະວີການຮ່ວມມືໃນທຸກຂົງເຂດລະຫວ່າງ 2 ປະເທດ ແລະ ທ້ອງຖິ່ນຂອງ 2 ປະເທດ ຈະສ້າງພື້ນຖານທີ່ໝັ້ນຄົງ ເພື່ອພັດທະນາການພົວພັນຮ່ວມມື.
2 ຝ່າຍກໍ່ໄດ້ແລກປ່ຽນບັນດາຂໍ້ມູນຂ່າວສານກ່ຽວກັບການພົວພັນຮ່ວມມືລິຫວ່າງ 2 ລັດ, ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະເທດລັດເຊຍ ເອກະພາບ; ລະຫວ່າງນະຄອນໂຮ່ຈິມິນ ກັບທ້ອງຖິ່ນຂອງລັດເຊຍ ແລະ ປຶກສາຫາລືບາງບັນຫາສາກົນ ແລະ ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.