ການນຳບັນດາທ້ອງຖິ່ນຢ້ຽມຢາມ,ອວຍພອນບັນດາອົງການສື່ມວນຊົນ

ການນຳບັນດາທ້ອງຖິ່ນຢ້ຽມຢາມ,ອວຍພອນບັນດາອົງການສື່ມວນຊົນ - ảnh 1
(ພາບປະກອບ)

(vovworld) – ທີ່​ນະຄອນ​ໂຮ່ຈີ​ມິນ, ຄະນະ​ການ​ນຳຄະນະ​ພັກ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ນະຄອນ​ໂຮ່ຈີ​ມິນ ​ໂດຍ​ທ່ານ ​ເລ​ແທງ​ຫາຍ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈີ​ມິນ ​ ນຳ​ໜ້າ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ບັນດາ​ອົງການ​ສື່ມວນ​ຊົນ ​ແລະ ບັນດາ​ອະດີດການ​ນຳ​ອົງການ​ສື່ມວນ​ຊົນ​ຕ່າງ​ໆ ​ໃນ​ບໍລິ​ເວນ​ນະຄອນ ​ເ​ນື່ອ​ງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 90 ປີ​ແຫ່ງ​ວັນສື່​ມວນ​ຊົນ​ປະຕິວັດ​ຫວຽ​ດນາມ (21/6/1928 – 21/6/2015).

          ຢູ່​ຮ່າ​ໂນ້ຍ, ທ່ານປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ຫງວຽນ​ເທ​ຖາວ ​ໄດ້​​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ສຳນັກ​ຂ່າວສານ​ຫວຽດນາມ . ນະທີ່​ນີ້, ທ່ານ​ຫງວຽນ​ເທ​ຖາວ ປາດ​ຖະໜາ​ວ່າສຳ​ນັກຂ່າວສານຈະ​ສືບ​ຕໍ່​ເອົາ​ໃຈ​​ໃສ່, ​ເພີ່ມ​ທະວີ​ການ​ສື່ສານ​​ເພື່ອ​ຊ່ວຍ​ນະຄອນ​ສຳ​ເລັດ​ບັນດາ​ໜ້າ​ທີ່​​ເຊິ່ງໄດ້​ວາງ​ອອກ​​ເປັນ​ຢ່າງ​ດີ.

           ​ໃນ​ວັນ​ດຽວ​ກັນ, ຄະນະ​ການ​ນຳ​ແຂວງ​ເງະ​ອານ ​ໂດຍ​ທ່ານ ​ໂຮ່ດື່ກ​ເຟີ​ກ, ​ເລຂາຄະນະ​ພັກ​ແຂວງ ​ແລະ ທ່ານ​ຫງວຽນ​ຊວນ​ເດື່ອງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ເງະ​ອານ ​ນຳ​ໜ້າ ພ້ອມ​ກັບ​ຜູ້​ຕາງ​ໜ້າບັນດາ​ພະ​ແນ​ກ, ຄະນະ, ຂະ​ແໜງ​ການ, ຫົວ​ໜ່ວຍຕ່າງໆ ​ໃນ​ບໍລິ​ເວນ​ເຂດ​ແຂວງ ​ໄດ້​ມາ​ຢ້ຽ​ມຢາມ ​ແລະ ອວຍພອນ​ ​ສຳນັກ​ຂ່າວສານຫວຽດນາມປະຈຳ​ແຂວງ​ເງະ​ອານ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 90 ປີ​ແຫ່ງ​ວັນສື່​ມວນ​ຊົນ​ປະຕິວັດ​ຫວຽ​ດນາມ​./.

ຂ່າວ/ບົດ​ອື່ນ