ການນຳຜູ້ທີ 2 ຂອງ IS ຖືກດັບສູນຢູ່ອີຣັກ
ການນຳຜູ້ທີ 2 ຂອງ IS ຖືກດັບສູນຢູ່ອີຣັກ
(ພາບ: BBC)
(vovworld) – Abu Ala Afri, ການນຳຜູ້ທີ 2 ຂອງກຸ່ມລັດອິດສະລາມ (IS) ອ້າງຊື່ເອງ ຖືກດັບສູນໃນເຫດບຸກໂຈມຕີທາງອາກາດຂອງທະຫານປະສົມໂດຍອາເມລິການຳໜ້າ ຢູ່ທາງທິດເໜືອອີຮັກ. ໃນຖະແຫຼງການໜຶ່ງ, ກະຊວງປ້ອງກັນປະເທດອີຣັກ ຊີ້ແຈ້ງວ່າ ໂດຍອີງໃສ່ບັນດາຂໍ້ມູນສືບລາຊະການລັບຢ່າງຊັດເຈນ, ທະຫານປະສົມໂດຍອາເມລິການຳໜ້າ ໄດ້ດຳເນີນການບຸກໂຈມຕີທາງອາກາດໃສ່ Abu Ala Afri ແລະ ບັນດາສະມາຊິກອື່ນໃນກຸ່ມນີ້ ໃນຂະນະທີ່ພວກເຂົາພວມຈັດການປະຊຸມຢູ່ໂບດອິດສະລາມເທດສະບານເມືອງ Tal Afar, ຫ່າງຈາກນະຄອນຫຼວງ ແບກແດດ ໄປທາງທິດເໜືອເກືອບ 400 ກ.ມ.