ໂດຍສືບຕໍ່ການຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ບາງແຂວງພາກກາງ, ໃນລະຫວ່າງວັນທີ 14 ແລະ 15/1, ທ່ານເລຂາທິການໃຫຍ່ພັກກອມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກວາງຫງາຍ. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ໄດ້ຕັກເຕືອນວ່າ, ອຳນາດການປົກຄອງທ້ອງຖີ່ນຄວນເອົາໃຈໃສ່ເຖິງບັນດາຕາແສງທຸກຍາກ, ຄອບຄົວນອນໃນເປົ້າໝາຍນະໂຍບາຍ, ຄອບຄົວຊາວປະມົງທີ່ປະສົມກັບຄວາມຫຍຸງຍາກຍ້ອນໄພທຳມະຊາດ, ໄພນ້ຳຖ້ວມ, ເພື່ອໃຫ້ທຸກຄອບຄົວໄດ້ຮັບບຸນເຕັດຢ່າງມ່ວນຊື່ນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຕີລາຄາສູງຄວາມສາມັກຄີ, ຄວາມຕັດສິນໃຈສ້າງສາບ້ານເກີດເມືອງນອນ ກວາງຫງາຍ ທີ່ມີມູນເຊື້ອປະຕິວັດໃຫ້ນັບມື້ນັບຮັ່ງມີເຂັມແຂງ ແລະ ອິມໜຳສຳລານ. ນອກຈາກເລື່ອງເອົາໃຈໃສ່ເຖິງອາຊີບຫາປາແລ້ວ, ທ່ານເລຂາທິການໃຫຍ່ຍັງຕັກເຕືອນອຳນາດການປົກຄອງທ້ອງຖີ່ນຄວນເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນຢູ່ແຄມທະເລ, ລົງທຶນເພື່ອມີບັນດາຮາກຖານຜະລິດ, ປຸງແຕ່ງ, ຈຳໜ່າຍຜະລິດຕະພັນຂອງພໍ່ແມ່ພີ່ນ້ອງປະມົງ. ພັດທະນາເສດຖະກິດທະເລແມ່ນແຜນນະໂຍບາຍຢ່າງຖືກຕ້ອງແຕ່ໃນການເຄື່ອນໄຫວຫາປາ, ພໍ່ແມ່ປະຊາຊົນຕ້ອງເພີ່ມທະວີການຮ່ວມສຳພັນຕາມຮູບແບບສະຫະກອນ, ຊ່ວຍເຫຼືອກັນ ເມື່ອຫາປາບົນທະເລ, ທັງພັດທະນາເສດຖະກິດ, ສ້າງຄວາມຮັ່ງມີໃຫ້ແກ່ຄອບຄົວ, ທັງປະກອບສ່ວນປົກປັກຮັກສາອະທິປະໄຕເຂດໜູ່ເກາະທະເລຂອງປະເທດຊາດ.
ແລະກໍໃນຕອນເຊົ້າວັນທີ 15 ມັງກອນ, ເມື່ອລົງຢ້ຽມຢາມ ແລະ ອວຍພອນປີໃໝ່ອົງຄະນະພັກ ແລະ ປະຊາຊົນແຂວງ ເທື່ອທຽນເວ໋, ທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາສູນກາງພັກ ໄດ້ສະແດງຄວາມເບີກບານໃຈຕໍ່ບັນດາຜົນງານເຊິ່ງອົງຄະນະພັກ ແລະ ປະຊາຊົນແຂວງ ເທື່ອທຽນເວບັນລຸໄດ້ໃນປີ 2011. ໃນຊຸມປີທີ່ຜ່ານມາ, ເຖິງວ່າແຂວງຕ້ອງປະເຊີນໜ້າກັບສິ່ງທ້າທ້າຍຫຼາຍຢ່າງ ແຕ່ບັນດາຕົວເລກຄາດເກືອບທັງໝົດກ່ຽວກັບເສດຖະກິດສັງຄົມລ້ວມແຕ່ບັນລຸໄດ້ ແລະ ລື່ນກ່າຍແຜນການທີ່ໄດ້ວາງອອກ, ລະດັບຈະເລີນເຕີບໂຕດ້ານເສດຖະກິດບັນລຸກວ່າ 11%, ສະຖຽນລະພາບທາງດ້ານການການເມືອງ, ຊີວິດສັງຄົມໄດ້ຮັບການຮັບປະກັນ. ເພື່ອກະກຽມຕ້ອນຮັບບຸນປີໃໝ່ປີມະໂຮງ, ທາງແຂວງໄດ້ຮັກເງິນ 11 ຕຶ້ດົງ, ເຂົ້າສານ 1000 ໂຕນ ແລະ ຂອງຂວັນເພື່ອມອບໃຫ້ຄອບຄົວນອນໃນເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ. ທ່ານ ເລຮົ່ງແອງກໍ່ສະເໜີອົງຄະນະພັກແຂວງ ເທື່ອທຽນເວ໋ ຄວນສືບຕໍ່ຍົກສູງມູນເຊື້ອສາມັກຄີ, ເອົາໃຈໃສ່ເຖິງຮາກຖານ ແລະ ຊີວິດການເປັນຢູ່ຂອງປະຊາຊົນເຂດປະສົບກັບຄວາມຫຍຸ້ງຍາກ, ສຸມທຸກແຫຼ່ງກຳລັງເພື່ອກໍ່ສ້າງພື້ນຖານໂຄງລ່າງຢ່າງຄົບຊຸດ .