ການນຳພັກ,ລັດຖະຫວາຍທູບທຽນອາໄລຫານັກກະວີຜູ້ຍິ່ງໃຫຍ່ຫງວຽນຢູ
ການນຳພັກ,ລັດຖະຫວາຍທູບທຽນອາໄລຫາ
ນັກກະວີຜູ້ຍິ່ງໃຫຍ່ ອຫງວຽນຢູ
(ພາບ: ອິນເຕີແນັດ)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 250 ປີແຫ່ງວັນຄ້າຍວັນເກີດ ແລະ ເຊີດຊູນັກວັດທະນະທຳທີ່ມີຊື່ສຽງສາກົນ - ນັກກະວີຜູ້ຍິ່ງໃຫຍ່ ຫງວຽນຢູ, ໃນຕອນແລງວັນທີ 5/12, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ, ຫົວໜ້າຜູ້ຕາງໜ້າອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສະຫະປະຊາຊາດ ປະຈຳ ຫວຽດນາມ ທ່ານນາງ Katherine Muller Marin, ພ້ອມກັບການນຳພັກ, ລັດ, ບັນດາກະຊວງ, ຂະແໜງການ…ໄດ້ຖະຫວາຍທູບທຽນອາໄລຫາຢູ່ສຸສານ ແລະ ຫໍບູຊານັກກະວີຜູ້ຍິ່ງໃຫຍ່ ຫງວຽນຢູ ຢູ່ຕາແສງ ຕຽນດ່ຽນ, ເມືອງ ງີຊວນ ແຂວງ ຮ່າຕິງ. ເນື່ອງໃນໂອກາດນີ້, ການນຳພັກ, ລັດ ກໍ່ໄປຢ້ຽມຢາມບັນດາວັດຖຸພັນທີ່ວາງສະແດງໃນເຂດອະນຸສອນສະຖານ ແລະ ຮັບຟັງແນະນຳບັນດາຈຸດຕົ້ນຕໍກ່ຽວກັບຊີວິດ, ພາລະກິດຂອງນັກກະວີຜູ້ຍິ່ງໃຫຍ່ ຫງວຽນຢູ;