ການນຳພັກ,ລັດ,ສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກ

ການນຳພັກ,ລັດ,ສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກ - ảnh 1
(ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ
 ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຮ່າ​ຕິ້ງ)

(vovworld) - ​​ ວັນ​ທີ 03/08, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ແລະ ຄະ​ນະ​ຜູ​້​ແທນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ຮ່າ​ຕິ້ງ ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ເພື່ອແຈ້ງ​ໝາກ​ຜົນ​ຂອງກອງ​ປ​ະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖ​ົມ​ມະ​ເລີກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ຫວຽດ​ນາມທີ 14 ແລະ ຮັບ​ຟັງ​ຄຳ​ເຫັນ, ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ​ລາຍ​ງານ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງກ່​ຽວ​ກັບ​ບັນ​ຫາ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃຫ້​ຮູ້​ວ່າ, ຄາດ​ໝາຍ​ຂອງ​ຫວຽດ​ນາມ ແມ່ນ, ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ​ແມ່ນຕ້ອງ​ພັດ​ທະ​ນາ​ແບບ​ຍືນ​ຍົງ​​ທັງ 3 ເສົ້າ​ຄຳ​້: ເສດ​ຖະ​ກິດ, ສັງ​ຄົມ ແລະ ສິ່ງ​ແວ​ດ​ລ້ອມ. ສິ່ງນີ້​ຮຽກ​ຮ້ອງ​ໃຫ້​ຕ້ອງ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ໃຫຍ່​ຫຼວງ, ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ​ສູງ. ເຫັນ​ດ​ີ​ຕໍ່​ຄຳ​ສະ​ເໜີ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຖື​ວ່າ, ຕ້ອງກວດ​ກາ​ຄືນ, ຍົກ​ສ​ູງ, ​ປັບ​ປຸງ​ມາດ​ຕະ​ຖານ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ​; ​ຕີ​ລາ​ຄາການ​ກະ​ທົບ​​ຈາກ​ສິ່ງ​ແວ​ດ​ລ້ອມຢ່າງລະ​ອຽດ​ລະ​ອໍ ແລະ ເຄັ່ງ​ຄັດ​ເມື່ອ​ອອກໜັງ​ສື​ອະ​ນຸ​ຍາດ​​ໃຫ້​ບັນ​ດາ​ໂຄ​ງ​ການ​ໃໝ່.

        ແລະ​ກໍ​ໃນ​ວັນ​ດ​ຽວ​ກັນ, ທ່ານ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ວໍ​ວັນ​ເທືອງ ພ້ອ​ມ​ກັບບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂ​ວງ ດົ່ງ​ນາຍ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ເມືອງ ເຍີນ​ແຈກ ແລະ ລອງ​ແທ່ງ. ທີ່​ການ​ພົບ​ປະ, ​ຜູ້​ມີ​ສິດ​ເລືອກ​ຕັ້ງໄດ້​ສະ​ແດງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ຫວັງ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຊຸດ​ໃໝ່​ຈະ​ປະ​ຕິ​ບັດ​ສິດ​ຕິດ​ຕາມກວດ​ກາ​ຢ່າງ​ສູງ​ສຸດ, ສ້າງ​ກົດ​ໝາຍ ແລະ ຍົກ​ອອກ​ບັນ​ດາລັດ​ຖະ​ນະ​ໂຍ​ບາຍ​ສຳ​ຄັນ​ໃຫ້​ປະ​ເທດ​ຊາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່ຽວ​ກັບຄຳ​ຕັດ​ສິນ​ຂອງ​ສາ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ກ່ຽວ​ກັບການ​ຮ້ອງ​ຟ້ອງ​ລະ​ຫວ່າງ​ຟີ​ລິບ​ປີນ ແລະ ຈີນ ກ່ຽວ​ຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ປາດ​ຖະ​ໜາ​ວ່າ, ບັນ​ດາ​ອົງ​ການ​ສູນ​ກາງ​ຕ້ອງ​ຮຽ​ບ​ຮຽງ​ເອ​ກະ​ສານ​ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນຕົ້ນ​ຕໍ່​ຂອງ​ຄຳ​ຕັດ​ສິນ​ເພື່ອ​ປະ​ກາດ​ໃຫ້​ປະ​ຊາ​ຊົນ​ຮູ້.

        ໃນ​ລະ​ຫວ່າງວັນ​ທີ 02 – 03/08, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈຸ​ລິວ ພ້ອມ​ກັບບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂ​ວງ ແທງ​ຮ໋​ວາ ກໍ​ໄດ​້ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງບັນ​ດາ​ເມືອງ ທໍ້​ຊວນ, ຈ້ຽວ​ເຊີ​ນ, ອຽນ​ດິ້ງ ແລະ ເມືອງ ຈ້ຽວ​ຮ໋​ວາ ແຂວງ​ແທງ​ຮ໋​ວາ.

        ແລະ​ກໍ່​ໃນ​ວັນ​ທີ 03/08, ​ທ່ານ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້​ງ​ສູນ​ກາງ ຟ້າມ​ມິງ​ຈິ໋ງ ແລະ ​ຄະ​ນະສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂ​ວງ ກວາງ​ນິງ ​ໄດ້ພົບ​ປະ​ກັບພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງນະ​ຄອນ​ຫາ​ລອງ ແລະ ນະ​ຄອນ​ເກີມ​ຟາ; ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ພ້ອ​ມ​ກັບບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂ​ວງ ຈ່າ​ວິງ ຊຸດ​ທີ 14 ​ໄດ້ພົບ​ປະ​ກັບພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ຕາ​ແສງ ຫງອກ​ບຽນ, ເມືອງ ຈ່າກ​ູ໋.

ຂ່າວ/ບົດ​ອື່ນ