ການນຳພັກ,ລັດຫວຽດນາມຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດລາວ,ຮອງປະທານສະພາແຫ່ງຊາດກູບາ
(vovworld)- ຕອນບ່າຍວັນທີ 20/6, ຢູ່ ຮ່າໂນ້ຍ, ທ່ານ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງລາວ ໂດຍ ທ່ານ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ນຳຫນ້າ ພວມຢ້ຽມຢາມຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຕີລາຄາສູງຄວາມໝາຍ ແລະ ຄວາມສຳຄັນໃນການຢ້ຽມຢາມ, ປະກອບສ່ວນປັບປຸງ, ເພີ່ມທະວີ ແລະ ເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ ລາວ ໃຫ້ເລິກເຊິ່ງກວ່າ. ທ່ານເລຂາທິການໃຫຍ່ ສະເຫນີ ກະຊວງປ້ອງກັນປະເທດສອງປະເທດສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນ, ຜັນຂະຫຍາຍອະນຸສັນຍາທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ໃຫ້ກາຍເປັນເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ, ສືບຕໍ່ໂຄສະນາຄວາມໝາຍປະຫວັດສາດ, ຄວາມສຳຄັນຂອງການພົວພັນແບບພິເສດຫວຽດນາມ - ລາວ ໃຫ້ທົ່ວກອງທັບຢ່າງເລິກເຊິ່ງກວ້າງຂວາງ.
(ທ່ານປະທານປະເທດ ເຈີນດ້າຍກວາງ
ຕ້ອນຮັບພົນໂທ ຈັນສະໝອນ ຈັນຍາລາດ)
ແລະກໍ່ໃນຕອນບ່າຍວັນທີ 20/06, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບພົນໂທ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະ ຄະນະຜູ້ແທນຂັ້ນສູງພັກກອມມູນິດກຸຍບາ ໂດຍທ່ານ Salvador Vades Mesa, ຮອງປະທານສະພາແຫ່ງລັດກຸຍບາ ເປັນຫົວໜ້າຄະນະທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ທີ່ການຕ້ອນຮັບພົນໂທ ຈັນສະໝອນ ຈັນຍາລາດ, ທ່ານປະທານປະເທດ ເຈີນດ້າຍກວາງ ຖືວ່າ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດໃນໄລຍະຜ່ານມາບັນລຸໄດ້ໝາກຜົນອັນໃຫຍ່ຫຼວງ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ການເມືອງ, ສະຖຽນລະພາບດ້ານເສດຖະກິດສັງຄົມຢູ່ແຕ່ລະປະເທດ. ທ່ານປະທານປະເທດ ເຈີນດ້າຍກວາງ ສະເໜີວ່າ, ໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດ 2 ປະເທດ ຕ້ອງເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ແລະ ມິປະສິດທິຜົນກວ່າອີິກ, ເພື່ອປະກອບສ່ວນຮັດແໜ້ນສາຍພົວພັນແບບພິເສດ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ພັກ, 2 ລັດ, ປະຊາຊົນ ແລະ ກອງທັບ 2 ປະເທດ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງຢູ່ແຕ່ລະປະເທດ.
ທີ່່ການຕ້ອນຮັບທ່ານ Salvador Vades Mesa, ຮອງປະທານສະພາແຫ່ງລັດກຸຍບາ, ທ່ານປະທານປະເທດ ເຈີນດ້າຍກວາງ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຈະປັບປຸງການພົວພັນດ້ານການເມືອງຢ່າງບໍ່ຢຸດຢັ້ງ, ພ້ອມທັງສຸມໃສ່ນຳການພົວພັນດ້ານເສດຖະກິດ, ການຄ້າ, ວິທະຍາສາດເຕັກນິກ… ເຂົ້າສູ່ລວງເລິກ, ຮັບໃຊ້ພາລະກິດພັດທະນາຂອງແຕ່ລະປະເທດຢ່າງມີປະສິດທິຜົນ