(ພາບປະກອບ: TTXVN)
(vovworld)- ເນື່ອງໃນໂອກາດສະເຫລີມສະຫລອງ 70 ປີແຫ່ງວັນການປະຕິວັດເດືອນສິງຫາ, ວັນຊາດທີ 2/9 ແລະ 46 ປີແຫ່ງວັນປະທານໂຮ່ຈິມີນເຖິງແກ່ມໍລະນະກຳ, ຕອນເຊົ້າວັນທີ 3/9, ທ່ານ ເລຮົ່ງແອງ, ຜູ້ປະຈຳການຄະນະເລຂາ, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ທ່ານຫງວຽນຊວນຟຸກ, ຮອງນາຍົກລັດຖະມົນຕີ ໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈິມີນ ຢູ່ເຂດປູຊະນີຍະສະຖານປະທານໂຮ່ຈິມີນ. ນະທີ່ນີ້, ບັນດາການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ໄດ້ສະແດງຄວາມຮູ້ບຸນຄຸນອັນລົ້ນເຫລືອທີ່ມີຕໍ່ທ່ານປະທານໂຮ່ຈິມີນ ຜູ້ນຳປີຊາສາມາດຂອງພັກ ແລະ ປະຊາຊົນຫວຽດນາມ.