(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ມີຄວາມປາດຖະໜາຢາກໃຫ້ປະຊາຊົນແຂວງບາກລຽວ ສືບຕໍ່ຜັນຂະຫຍາຍມູນເຊື້ອສາມັກຄີທົ່ວປວງຊົນທັງຊາດ, ຊ່ວຍເຫຼືອກັນຜ່ານຜ່າໂລກລະບາດໂຄວິດ - 19, ມີຊີວິດທີ່ເປັນປົກກະຕິ.
ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໄດ້ມອບຂອງຂວັນບຸນເຕັດໃຫ້ແກ່ບັນດາທ້ອງຖິ່ນ (ພາບ: TTXVN) |
ຕອນບ່າຍວັນທີ 16 ມັງກອນ, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຫຼືບຸນເຕັດ 2022, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໄດ້ມອບຂອງຂວັນບຸນເຕັດ 750 ພູດ ໃຫ້ແກ່ແຂວງບາກລຽວ, ແຕ່ລະພູດມີມູນຄ່າ 1,2 ລ້ານດົ່ງ ເພື່ອມອບໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທີ່ປະສົບຄວາມຫຍຸ້ງຍາກ, ຜູ້ອອກແຮງງານທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19. ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ມີຄວາມປາດຖະໜາຢາກໃຫ້ປະຊາຊົນແຂວງບາກລຽວ ສືບຕໍ່ຜັນຂະຫຍາຍມູນເຊື້ອສາມັກຄີທົ່ວປວງຊົນທັງຊາດ, ຊ່ວຍເຫຼືອກັນຜ່ານຜ່າໂລກລະບາດໂຄວິດ - 19, ມີຊີວິດທີ່ເປັນປົກກະຕິ.
ແລະກໍ່ໃນວັນທີ 16 ມັງກອນ, ຄະນະປະຕິບັດງານໂດຍທ່ານ ເຮົ່າອາເລັ່ງ ລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ໄດ້ລົງຢ້ຽມຢາມ, ມອບຂອງຂວັນບຸນເຕັດຢູ່ແຂວງ ບັກກ໊ານ. ຂອງຂວັນລວມລວມມີເງິນສົດ 50 ລ້ານດົ່ງ ໃຫ້ແກ່ກອງທຶນສົ່ງເສີມການຮຽນ ຂອງເມືອງ ເງິນເຊີນ ແລະ ຂອງຂວັນ 150 ພູດໃຫ້ແກ່ບັນດາຄອບຄົວທີ່ມີຄຸນງາມຄວາມດີ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ແຂວງບັກກ໊ານ.