ທ່ານປະທານປະເທດ ເຈືອງເຕີນຊາງ
ພົບປະກັບຜູ້ຕາງຫນ້າສະມາຄົມສາສະຫນາ ກາວດາຍ
ພາບ:VTV
|
(vovworld)- ກ່າວຄຳເຫັນທີ່ການພົບປະກັບຜູ້ຕາງຫນ້າສະມາຄົມສາສະຫນາ ກາວດາຍ ໃນຕອນບ່າຍວັນທີ 13/10, ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນ: ໃນຕະຫລອດໄລຍະປະຫວັດແຫ່ງການພັດທະນາ, ສາສະຫນາ ກາວດາຍ ໄດ້ພິສູດໃຫ້ເຫັນແມ່ນສາສະຫນາຫນຶ່ງຂອງຫວຽດນາມ ຍາມໃດກໍຕິດພັນກັບປະເທດຊາດ, ປະກອບສ່ວນບໍ່ແມ່ນຫນ້ອຍໃນວິວັດການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ, ປົກປັກຮັກສາປະເທດຊາດ. ທ່ານປະທານປະເທດ ປາດຖະຫນາວ່າ ຍົດຖາບັນດາສັກ ຈະແນະນຳໃຫ້ ສາສະນິກະຊົນດຳເນີນການເຄື່ອນໄຫວສາສະຫນາຕາມການກຳນົດ, ຈຸດປະສົງຂອງສາສະຫນາກາວດາຍ ພ້ອມທັງປະຕິບັດກົດໝາຍຂອງລັດເປັນຢ່າງດີ, ສືບຕໍ່ຍົກສູງລະດັບຄວາມຮູ້, ປະກອບຊັບພະຍາກອນມະນຸດ, ກຳລັງພູມປັນຍາເຂົ້າໃນການພັດທະນາແບບຍືນຍົງຂອງປະເທດ. ທີ່ການຕ້ອນຮັບຄະນະຜູ້ແທນສະມາຄົມສາສະຫນາກາວດາຍ ຫວຽດນາມ ເນື່ອງໃນໂອກາດເຂົ້າຮ່ວມພິທີສະເຫລີມສະຫລອງ 90 ປີແຫ່ງວັນສ້າງຕັ້ງສາສະຫນາ ກາວດາຍ ຢູ່ ນະຄອນ ຫລວງ ຮ່າໂນ້ຍ, ທ່ານເລບາຈີງ ຮອງປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ປາດຖະຫນາວ່າ: ຄະນະບໍລິຫານງານສະມາຄົມສາສະຫນາ ກາວດາຍ ສືບຕໍ່ ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບກ່ຽວກັບການໂຄສະນາ, ຂົນຂວາຍບັນດາສາສະນິກະຊົນ, ປະຊາຊົນ ທ້ອງຖິ່ນ ປະຕິບັດແຜນນະໂຍບາຍຂອງພັກ, ລັດ, ຮັກສາ ແລະ ເພີ່ມພູນຄູນສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.