ການນຳລາວ,ຈີນສົ່ງໂທລະເລກອວຍພອນການນຳຂັ້ນສູງຫວຽດນາມ

ການນຳລາວ,ຈີນສົ່ງໂທລະເລກອວຍພອນການນຳຂັ້ນສູງຫວຽດນາມ - ảnh 1

(ພາບປະກອບ)

(vovworld) - ​ ​​​ເນື່ອງ​ໃນ​ໂອກາດ​ທ່ານ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ປະ​ເທດ​ແຫ່ງ ສສ. ຫວຽດນາມ ​ແລະ ທ່ານ ຫງວຽນ​ຊວນ​ຟຸກ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີ​ແຫ່ງ ສສ.ຫວຽດນາມ, ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ​ແຫ່ງ ສປປ.ລາວ ​ແລະ ທ່ານ ທອງ​ລຸນ ສີສຸ​ລິດ ນາຍົກ​ລັດຖະມົນຕີ​ແຫ່ງ ສປປ.ລາວ ​ໄດ້ສົ່ງ​ໂທລະ​ເລກ​ອວຍພອນ.

        ​ແລະ​ກໍ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ​ ແຫ່ງສາທາລະນະລັດ​ປະຊາຊົນ​ ຈີນ ສີ​ຈີ້ນຜີ​ງ, ທ່ານ​ນາຍົກລັດຖະມົນຕີ​ແຫ່ງ​ສາທາລະນະ​ລັດປະຊາຊົນ ຈີນ ຫຼີ​ເຄີ​ຊຽນ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຈີນ ຈາງ ເຕີ​ຈຽງ ​​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​​ເຖິງທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ.

ຂ່າວ/ບົດ​ອື່ນ