ການນຳລາວອວຍພອນວັດຊາດຫວຽດນາມ

ການນຳລາວອວຍພອນວັດຊາດຫວຽດນາມ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ພັນ​ຄຳ ວິພາ​ວັນ
ອວຍພອນ​ 70 ປີ​ແຫ່ງ​ວັນຊາດ​ຫວຽດນາມ)


(vovworld) – ຕອນ​ບ່າຍວັນ​ທີ 27/08, ທ່ານ​ຮອງ​ນາຍົກລັດຖະມົນຕີ, ປະທານ​ສູນ​ກາງ​ສະ​ມາ​ຄົມ​ມິດຕະພາບ​ລາວ - ຫວຽດນາມ ພັນ​ຄຳ ວິພາ​ວັນ ​​ໄດ້​ມາສະ​ຖານ​ທູດ​ຫວຽດນາມ ຢູ່ນະ​ຄອນ​ຫຼວງ​ວຽງ​ຈັນ, ​ເພື່ອ​ອວຍພອນ​ 70 ປີ​ແຫ່ງ​ວັນ​ຊາດ​ຫວຽດນາມ (02/09/1945 – 02/09/2015). ທ່ານ​ຮອງ​ນາຍົກລັດຖະມົນຕີ ພັນ​ຄຳ ວິພາ​ວັນ ​​ຕາງ​ໜ້າ​​ປະຊາຊົນ​ລາວ​ບັນດາ​ເຜົ່າ ຝາກ​ຄຳ​ອວຍພອນ​ເຖິງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນຊາດ​ຫວຽດນາມ, ຢືນຢັນ​ສາຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ສາມັກຄີ​ແບບພິ​ເສດ​ລະຫວ່າງ 2 ປະ​ເທດ ​​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ. ສ່ວນທ່ານ​ເອກ​ອັກ​ຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ​ໃຫ້​ຄຳໝັ້ນ​ສັນຍາ​ວ່າ ຈະ​ເຮັດ​ຈົນສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ສະມາ​ຄົມ​ມິດຕະພາບ​ຫວຽດນາມ - ລາວ, ປະຊາຊົນ​ຫວຽດນາມ ສືບ​ຕໍ່​ເພີ່ມ​ພູ​ນຄຸ​ນສ້າງ​​ສາຍ​ພົວພັນ​​ທີ່​ເປັນ​ມູນ​ເຊື້ອ​​ລາວ ​ແລະ ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ມີ​ປະສິດ​ຜົນ​ກວ່າ.

        ​ເນື່ອງ​​ໃນ​ໂອກາດ​ນີ້, ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຫ້ອງ​ວ່າການ​ສູນ​ກາງ​ພັກ, ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ…. ກໍ​ມາສະ​ຖານ​ທູດ​ຫວຽດນາມ ທີ່ນະຄອນຫຼວງ​ວຽງ​ຈັນ ມອບຊໍ່​ກອກ​ໄມ້, ​ອວຍພ​ອນວັນຊາດ​ຫວຽດນາມ ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ