ການນຳຫວຽດນາມສົ່ງໂທລະເລກຊົມເຊີຍເຖິງການນຳຈີນເນື່ອງໃນໂອກາດວັນຊາດຈີນຄົບຮອບ 67 ປີ

ການນຳຫວຽດນາມສົ່ງໂທລະເລກຊົມເຊີຍເຖິງການນຳຈີນເນື່ອງໃນໂອກາດວັນຊາດຈີນຄົບຮອບ 67 ປີ - ảnh 1


(vovworld)- ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຊາດ​ຈີນ​ຄົບ​ຮອບ 67 ປີ(1/10/1949-1/10/2016), ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຫງວຽນ​ຟູ້​ຈ້ອງ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ໄດ້​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ​ເຖິງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດຈີນ ​ປະ​ທານ​ປະ​ເທດຈີນ ສີ​ຈິນ​ຜີງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຫຼີ​ເຄີ​ຊຽງ, ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ຜູ້​ແທນ​​ປະ​ຊາ​ຊົນ​ແຫ່ງ​ຊາດຈີນ ຈາງ​ດຶກ​ຈຽງ.

     ໃນ​ໂທ​ລະ​ເລກ, ບັນ​ດາ​ການ​ນຳ​ພັກ, ລັດ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມໄດ້​ຊົມ​ເຊີຍ​ບັນ​ດາ​ຜົນ​ງານ​ທີ່​ປະ​ຊາ​ຊົນ​ຈີນ​ຍາດ​ມາ​ໄດ້​ໃນ 67 ປີ​ທີ່​ຜ່ານ​ມາ, ອວຍ​ພອນ​ປະ​ຊາ​ຊົນ​ຈີນ​ສືບ​ຕໍ່​ຍາດ​ໄດ້​ບັນ​ດາ​ຜົນງານທີ່​ຍິ່ງ​ໃຫຍ່ກ​່​ວາ​ເກົ່າ​ໃນ​ກິດ​ຈະ​ການ​ປະ​ຕິ​ຮູບ ເປີດ​ປະ​ຕູ ພ້ອມ​ທັງ​ຢືນ​ຢັນ​ວ່​າ ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ​ຈີນ, ມີ​ຄວາມ​ຫວັງ​ຢາກ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງບໍ່​ຢຸດຢັ້ງ.

     ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຝ້າມ​ບິນ​ມິນ ກໍ​ໄດ້​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ​ເຖິງ​ທ່ານ​ກຳ​ມະ​ການ​ລັດ​ຖະ​ບານ​ຈີນ ຈາງ​ຊື​ເຢ້ັວ ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຈີນ​ຫວາງ​ອີເຊັ່ນ​ດຽວ​ກັນ.

 

ຂ່າວ/ບົດ​ອື່ນ