ການນຳອາເມລິກາ ແລະອິດສະຣາແອນ ປຶກສາຫາລືກ່ຽວກັບ ສະພາບການຢູ່ຕາເວັນ ອອກກາງ

ການນຳອາເມລິກາ ແລະອິດສະຣາແອນ ປຶກສາຫາລືກ່ຽວກັບ ສະພາບການຢູ່ຕາເວັນ ອອກກາງ - ảnh 1

ສະພາບ​ການ​ຢູ່​ຕາ​ເວັນ​ອອກ​ກາງ​ພວກ​ສັບສົນ​ທີ່​ສຸດ

(ພາບ: vtc.vn)

(vovworld) -  ​ໃນ​ການ​ປະຊຸມ​ຂ່າວ​ຮ່ວມ​ເມື່ອ​ວັນ​ທີ 20/3 ກັບ​ທ່ານ​ນາຍົກລັດຖະມົນຕີ ອິດສະຮາ​ແອນ Benjamin Netanyahu ຢູ່ Jeruxalem  ຫຼັງ​ການ​ເຈລະຈາ, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ຮັບ​ຮູ້ “ສິດ​ປ້ອງ​ກັນ​ຕົວ​ຂອງ​ອິດສະຣາ​ແອນ ຕໍ່​ໄພ​ນາບ​ຂູ່​ຈາກ​ອີຣານ“ ​ແຕ່​ກໍ​ຢືນຢັນ​ວ່າ ຍັງ​ມີ​ຫຼາຍ​​ເວລາ​ໃຫ້​ແກ່​ມາດ​ຕະການ​ທາງ​ການ​ທູດ. ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ເວົ້າວ່າ: “​ແຕ່ລະ​ປະ​ເທດ​ຕ້ອງ​ຕັດສິນ​ໃຈ​ດ້ວຍຕົນ​ເອງ ​ຂະນະ​ດຳ​ເນີນ​ບໍ່​ວ່າການ​ກະທຳ​ດ້ານ​ການ​ທະຫານ​ໃດໆ“. ທ່ານປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ນາຍົກລັດຖະມົນຕີ ອິດສະຮາ​ແອນ Benjamin Netanyahu ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຍູ້​ແຮງ​ການ​ສົມທົບ​ກັນ​ເພື່ອ​ສະກັດ​ກັ້ນອີຣານ ມີ​ອາວຸດ​ນິວ​ເຄຼຍ. ວິ​ກິດ​ການ​ຢູ່​ຊີຣີ ກໍ່​ແມ່ນ​ຫົວ​ເລື່ອງ​ປຶກສາ​ຫາລື​ລະຫວ່າງ ທ່ານປະທານາທິບໍດີ​ອາ​ເມ​ລິ​ກາ ​ແລະ ທ່ານ​ນາຍົກລັດຖະມົນຕີ ອິດສະຮາ​ແອນ. ການ​ນຳ​ສອງ​ທ່ານ ກໍ່​ພິຈາລະນາ​ວິທີ​ເຊື່ອມ​ຕໍ່​ການ​ເຈລະຈາທີ່​ຍັງ​ບໍ່​ທັນ​ມີ​ທາງ​ອອກ​ລະຫວ່າງ​ອິດສະ​ຮາ​ແອນ ​ແລະ ​ປາ​ແລດ​ສະຕິ​ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ