ການນຳເຢຍລະມັນ,ລັດເຊຍແລະຝລັ່ງປຶກສາຫາລືຫຼາຍບັນຫາຮ້ອນເຮັ່ງທາງໂທລະສັບ

(VOVWORLD) -ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel, ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີຝລັ່ງ Emmanuel Macron ໄດ້ມີການແລກປ່ຽນທາງໂທລະສັບໃນວັນທີ 21 ພຶດສະພາ

ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ພາກພື້ນ ແລະ ບັນດາບັນຫາທີ່ພົ້ນເດັ່ນໃນໂລກ ເຊິ່ງທັງ 3 ປະເທດຕ່າງກໍ່ມີຄວາມສົນໃຈ.

        ໃນການໂອ້ລົມທາງໂທລະສັບ, ການນຳ 3 ປະເທດໄດ້ຢືນຢັນອີກຄັ້ງໜຶ່ງຕໍ່ການສະໜັບສະໜູນ ແລະ ໃຫ້ຄຳໝັ້ນສັນຍາສຳລັບການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບອີຣານ ໃນບັນດາຂົງເຂດການຄ້າ ແລະ ເສດຖະກິດ, ພ້ອມທັງຢືນຢັນຄວາມສຳຄັນຂອງການຮັກສາຂໍ້ຕົກລົງນິວເຄຼຍກັບປະເທດອິດສະລາມນີ້. ນີ້ໄດ້ຮັບຖືວ່າແມ່ນປັດໃຈສຳຄັນໃນການຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບສາກົນ.

        ນອກນັ້ນ, ການນຳ 3 ປະເທດຍັງປຶກສາຫາລືກ່ຽວກັບສິດເລືອກຕັ້ງຂອງລັດເຊຍ ຢູ່ກອງປະຊຸມສະມັດຊາໃຫຍ່ລັດຖະສະພາເອີລົບ (PACE); ປຶກສາຫາລືກ່ຽວກັບສະພາບການຢູ່ບາງປະເທດຄື ຢູແກຼນ ແລະ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ