ການນຳແຂວງກວາງນິງຕ້ອນຮັບປະທານສະພາແຫ່ງຊາດຮຸງກາຣີ

ການນຳແຂວງກວາງນິງຕ້ອນຮັບປະທານສະພາແຫ່ງຊາດຮຸງກາຣີ - ảnh 1
ທ່ານ ຫວູຮົ່ງ​ແທງ ຮອງ​ເລຂາຄະນະ​ພັກ​ແຂວງ ກວາງ​ນິງ
ຕ້ອນຮັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຮຸງ​ກາຣີ Kover Laszlo
(ພາບ: baoquangninh.com)

(vovworld) – ​ ຕອນບ່າຍ​ວັນ​ທີ 10/11 ຢູ່​ນະ​ຄອນ​ຮ້າ​ລອງ (​ແຂວງ ກວາງ​ນິງ), ທ່ານ ຫວູຮົ່ງ​ແທງ ຮອງ​ເລຂາຄະນະ​ພັກ​ແຂວງ ກວາງ​ນິງ, ​ໄດ້​ໃຫ້ການຕ້ອນຮັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຮຸງ​ກາຣີ Kover Laszlo. ທີ່​ການ​ຕ້ອນຮັບ, ທ່ານ​ ຫວູຮົ່ງ​ແທງ ຮອງ​ເລຂາຄະນະ​ພັກ​ແຂວງ ​ໄດ້​ແຈ້ງ​ໃຫ້​ຊາບ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຂວງ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ພິ​ເສດ​ແມ່ນ​ທ່​າ​ແຮງ​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ. ​​ແຂວງ ກວາງ​ນິງ ປາດ​ຖະໜາ​ຢາກ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກປະ​ເທດ ຮຸງ​ກາຣີ ​ເພື່ອ​ຂຸດ​ຄົ້ນ ​ແລະ ​ເສີມ​ຂະຫຍາຍ​ຂົງ​ເຂດທີ່​ມີ​ທ່າ​ແຮງ​ນີ້.

        ສ່ວນ​ທ່ານ ປະທານ​ສະພາ​ແຫ່ງ​ຊາດ ຮຸງ​ກາຣີ ​ໃຫ້​ຮູ້​ວ່າ: ດ້ວຍ​ນະ​ໂຍບາຍ​ມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ, ຮຸງ​ກາຣີ ປາດ​ຖະໜາ​ຢາ​ກ​ເປີດ​ກ້ວາງ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ຢູ່ນອກ​ສະຫະພາບ ​ເອີຣົບ, ​ໃນ​ນັ້ນ​ມີ ຫວຽດນາມ. ທ່ານ Kover Laszlo ​ເນັ້ນ​ໜັກ​ວ່າ: ພື້ນຖານ​ເສດຖະກິດ ​ໂດຍອີງ​ໃສ່​ການ​ພັດທະນາ​ທ່ອງ​ທ່ຽວ ມີ​ບົດບາດ​ສຳຄັນ​​ໃນ​ການ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ ​ແລະ ຫວັງ​ວ່າ ກວາງ​ນິງ ຈະສືບ​ຕໍ່​ພັດທະນາ​ຫລາຍກ່ວາ​ອີກ, ພິ​ເສດ​ໃນ​ຂົງ​ເຂດ​ການທ່ອງທ່ຽວ.

 

ຂ່າວ/ບົດ​ອື່ນ