ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຢູ່​ລີ​ບີ​ໃຕ້​ເຮັດ​ໃຫ້​ກ່​ວາ 100 ຄົນ​ເສຍ​ຊີ​ວິດ ແລະ ຖືກ​ບາດ​ເຈັບ

(VOVWORLD) - ວັນທີ 5 ສິງຫາ, ລັດຖະບານສາມັກຄີແຫ່ງຊາດລີບີ (GNA) ໃຫ້ຮູ້ວ່າ: ໃນເຫດບຸກໂຈມຕີທາງອາກາດແນໃສ່ເທດສະບານແຫ່ງ 1 ທາງທິດໃຕ້ປະເທດນີ້ ໄດ້ເຮັດໃຫ້ຢ່າງໜ້ອຍສຸດ 42 ຄົນເສຍຊີວິດ ແລະ ນັບສິບໆຄົນຖືກບາດເຈັບ.
ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຢູ່​ລີ​ບີ​ໃຕ້​ເຮັດ​ໃຫ້​ກ່​ວາ 100 ຄົນ​ເສຍ​ຊີ​ວິດ ແລະ ຖືກ​ບາດ​ເຈັບ - ảnh 1

ຜູ້ໄດ້ຮັບບາດເຈັບພາຍຫຼັງການບຸກໂຈມຕີທາງອາກາດໄດ້ຮັບການປິ່ນປົວຢູ່ໂຮງໝໍທີ່ນະຄອນ Tripoli

  (ພາບ: AFP/TTXVN)

   ຕາມ GNA ແລ້ວ, ການບຸກໂຈມຕີໂດຍກຳລັງພາກຕາເວັນອອກລີບີ ປະຕິບັດພາຍໃຕ້ການຊີ້ນຳຂອງນາຍພົນ Khalifa Haftar ເມື່ອວັນທີ 4 ສິງຫາ ແນໃສ່ເຂດພົນລະເມືອງຢູ່ເທດສະບານ Morzuk. ທ່ານ Ibrahim Omar ເຈົ້າໜ້າທີ່ເທດສະບານໃຫ້ຮູ້ວ່າ: ການບຸກໂຈມຕີດັ່ງກ່າວໄດ້ເຮັດໃຫ້ຢ່າງໜ້ອຍສຸດ 42 ຄົນເສຍຊີວິດ, ກ່ວາ 60 ຄົນຖືກບາດເຈັບ, ໃນນັ້ນ, 30 ຄົນຖືກບາດເຈັບສາຫັດ.

   ຕາມອົງການອະນາໄມໂລກ (WHO) ແລ້ວ, ນັບແຕ່ນາຍພົນ Haftar ໄດ້ປຸກລະດົມການບຸກໂຈມຕີແນໃສ່ຍາດເອົາສິດຄວບຄຸມ Tripoli ເມື່ອຕົ້ນເດືອນເມສາທີ່ຜ່ານມາ, ມີເກືອບ 1100 ຄົນເສຍຊີວິດ ແລະ ກ່ວາ 5750 ຄົນຖືກບາດເຈັບແລ້ວ. ຄຽງຄູ່ກັນນັ້ນ, ການປະທະກັນລະຫວ່າງກຳລັງທະຫານຂອງນາຍພົນ Haftar ແລະ ບັນດາກຳລັງນິກຍົມລັດຖະບານ GNA ກໍ່ເຮັດໃຫ້ສາມັນຊົນກ່ວາ 100.000 ຄົນຕ້ອງໄປລີ້ໄພ.


ຕອບກັບ

ຂ່າວ/ບົດ​ອື່ນ