ການບໍລິການ Logistic ມີບົດບາດໃຫຍ່ຫລວງສຳລັບພື້ນຖານເສດຖະກິດ ຫວຽດນາມ

(VOVWORLD) - ຄ່າໃຊ້ຈ່າຍການບໍລິການ logistic ຂອງ ຫວຽດນາມ ເທົ່າກັບ 20,9% GDP, ຊຶ່ງແມ່ນໜຶ່ງໃນບັນດາຮົ້ວກີດຂວາງໃຫຍ່ ສົ່ງຜົນສະທ້ອນຕໍ່ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ ຫວຽດນາມ.
ການບໍລິການ Logistic ມີບົດບາດໃຫຍ່ຫລວງສຳລັບພື້ນຖານເສດຖະກິດ ຫວຽດນາມ - ảnh 1 ກອງປະຊຸມທົ່ວປະເທດກ່ຽວກັບການບໍລິການ logistic

 ນີ້ແມ່ນບັນຫາໄດ້ຍົກອອກມາທີ່ກອງປະຊຸມທົ່ວປະເທດກ່ຽວກັບການບໍລິການ logistic ຊຶ່ງໄດ້ດຳເນີນໃນຕອນເຊົ້າວັນທີ 16 ເມສາ ຢູ່ຮ່າໂນ້ຍ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ພ້ອມດ້ວຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ, ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ, ນັກຊ່ຽວຊານເສດຖະກິດພາຍໃນປະເທດ ແລະ ຕ່າງປະເທດຢູ່ 63 ສະຖານທີ່ຜ່ານເຄືອຂ່າຍອິນເຕີແນັດໃນທົ່ວປະເທດ.

        ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:

        “ພວກເຮົາຕ້ອງຮັບຮູ້ຢ່າງຈະແຈ້ງ ກ່ຽວກັບຄ່າໃຊ້ຈ່າຍແມ່ນຮົ້ວກີດຂວາງໃຫຍ່ທີ່ສຸດສຳລັບວິສາຫະກິດ ຫວຽດນາມ ໃນປັດຈຸບັນ, ໃນນັ້ນ ຄ່າໃຊ້ຈ່າຍການບໍລິການ logistic ສູງ ພວມແມ່ນໜຶ່ງໃນບັນດາຮົ້ວກີດຂວາງໃຫຍ່ທີ່ສົ່ງຜົນສະທ້ອນຕໍ່ກຳລັງການແກ່ງແຍ້ງຂອງພື້ນຖານເສດຖະກິດ ຫວຽດນາມ. ພ້ອມກັນນັ້ນ ການລົງທຶນທີ່ຍັງບໍ່ທັນເໝາະສົມລະຫວ່າງບັນດາແບບວິທີການຂົນສົ່ງ, ພ້ອມທັງການເຊື່ອມຕໍ່ຍັງອ່ອນດ້ອຍ ໄດ້ປະກອບສ່ວນເຮັດໃຫ້ເພີ່ມຄ່າໃຊ້ຈ່າຍການຂົນສົ່ງ ແລະ logistic ສູງຂຶ້ນ. ພວກເຮົາສ້າງທາງບົກແມ່ນຕົົ້ນຕໍ, ບັນດາຮູບການອື່ນໆພຽງແຕ່ຕ່ຳກ່ວາ 10% ເທົ່ານັ້ນ. ຈຸດອ່ອນນີ້ ໄດ້ເຮັດໃຫ້ພື້ນຖານເສດຖະກິດຕ້ອງເສຍຄ່າໃຊ້ຈ່າຍສູງ

        ທ່ານນາຍົກລັດທະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ການບໍລິການ logistic ມີບົດບາດໃຫຍ່ຫລວງສຳລັບພື້ນຖານເສດຖະກິດ ຫວຽດນາມ. ສະນັ້ນ ລັດຖະບານໄດ້ອະນຸມັດຜ່ານແຜນການດຳເນີນງານຍົກສູງກຳລັງແກ່ງແຍ້ງ ແລະ ພັດທະນາການບໍລິການ logistic ຂອງ ຫວຽດນາມ ຈົນຮອດປີ 2025.


ຕອບກັບ

ຂ່າວ/ບົດ​ອື່ນ