ການ​ປ່ອຍ​ຕົວ​ກ່ອນ​ກຳ​ນົດ ແມ່ນ​ສະ​ແດງ​ໃຫ້​ເຫັນ​ນະ​ໂຍ​ບາຍ​ອະ​ໄພ​ຍະ​ໂທດ​ຂອງ​ຫວຽດ​ນາມ


ການ​ປ່ອຍ​ຕົວ​ກ່ອນ​ກຳ​ນົດ ແມ່ນ​ສະ​ແດງ​ໃຫ້​ເຫັນ​ນະ​ໂຍ​ບາຍ​ອະ​ໄພ​ຍະ​ໂທດ​ຂອງ​ຫວຽດ​ນາມ - ảnh 1
ທ່ານຮອງນາ​ຍົກລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໂອ້​ລົມ​ກັບ​ບັນ​ດາ​ນັກ​ໂທດ​ຍິງ​ໄດ້​ຮັບ​ການ​ປ່ອຍ​ຕົວ​ກ່ອນ​ກຳ​ນົດ.

(vovworld)- ຕອນ​ເຊົ້າ​ວັນ​ທີ 31/8, ຄ້າຍ​ກັກ​ຂັງ​ ແທງ​ຊວນ , ຮ່າ​ໂນ້ຍ​ໄດ້​ຈັດ​ພິ​ທີ​ປະ​ກາດ​ຂໍ້​ຕົກ​ລົງອະ​ໄພ​ຍະ​ໂທດ​ຂອງປະ​ທານ​ປະ​ເທດ​ໃຫ້​ແກ່​ບັນ​ດາ​ນັກ​ໂທດ​ທີ່​ພວມ​ປະ​ຕິ​ບັດ​ໂທດ​ຢູ່ນີ້. ທ່ານຮອງນາ​ຍົກລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ປະ​ທາ​ສະ​ພາ​ທີ່​ປຶກ​ສາ​ອະ​ໄພ​ຍະ​ໂທດ​ສູນ​ກາງ​ປີ 2015 ໄດ້​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານຮອງນາ​ຍົກລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີວ່າ :

   “ ຂ້າ​ພະ​ເຈົ້າ​ສະ​ເໜີ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ຕຳຫຼວດ​ທ້ອງ​ຖິ່ນ​ຕ່າງໆ​ຈົ່ງ​ຕິດ​ຕາມ ຊ່ວຍ​ເຫຼືອ​ບັນ​ດາ​ຜູ້​ໄດ້​ຮັບ​ອະ​ໄພ​ຍະ​ໂທດ. ພິ​ເສດ​ທຸກໆ​ທ້ອງ​ຖິ່ນ​ຕ້ອງ​ປະ​ຕິ​ບັດ​ດຳ​ລັດ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ນຳ​ນັກ​ໂທດ​ກັບ​ຄືນ​ສູ​່​ການ​ເຄ​ື່ອນ​ໄຫວ​ສັງ​ຄົມພາຍຫຼັງ​ຮັບ​ການ​ປ່ອຍຕົວ ກໍ​ຄື​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ເຂົາ​ເຈົ້າ ”

ຂ່າວ/ບົດ​ອື່ນ